ຈີນເດັດດ່ຽວຄັດຄ້ານອາເມຣິກາຈັດສັນລູກສອນໄຟນຳວິຖີໄລຍະກາງຢູ່ພາກພື້ນອາຊີປາຊິຟິກເພື່ອສະແຫວງຫາທ່າແຮງທາງການທະຫານແຕ່ຝ່າຍດຽວ
ວັນທີ 18 ເມສານີ້ ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຂຶ້ນ. ມີນັກຂ່າວຖາມວ່າ: ຫວ່າງກ່ອນນີ້ບໍ່ດົນ ກອງທັບ ບົກຂອງອາເມຣິກາທີ່ປະຈຳຢູ່ປາຊິຟິກໄດ້ປະກາດວ່າ: ໃນຖານະເປັນພາກສ່ວນໜຶ່ງໃນການຊ້ອມຮົບຮ່ວມກັຍກອງທະຫານຟິລິບປິນ, ອາເມຣິກາໄດ້ຈັດສັນລູກສອນໄຟນຳວິຖີໄລຍະກາງຢູ່ເກາະລຸຍຊົງຂອງຟິລິບປິນ. ມີບົດວິເຄາະກ່າວວ່າ: ການກະທຳຂອງອາເມຣິກາດັ່ງກ່າວນີ້ແມ່ນມີເຈດຕະນາຢາກຂົ່ມຂູ່ຈີນ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?
ທ່ານລິນຈ້ຽນຕອບວ່າ:ຈີນໄດ້ສັງເກດເຖິງການລາຍງານຂ່າວທີ່ກ່ຽວຂ້ອງແລ້ວ, ທັງສະແດງຄວາມເປັນຫ່ວງຢ່າງໜັກໜ່ວງຕໍ່ທິດທາງການຂະຫຍາຍນີ້. ຈີນໄດ້ເດັດດ່ຽວຄັດຄ້ານອາເມຣິກາທີ່ໄດ້ຈັດສັນລູກສອນໄຟນຳວິຖີໄລຍະກາງຢູ່ໃນພາກພື້ນອາຊີປາຊິຟິກເພື່ອສະແຫວງຫາທ່າແຮງທາງການທະຫານແຕ່ຝ່າຍດຽວມາໂດຍຕະຫຼອດ, ການກະທຳຂອງອາເມຣິກາດັ່ງກ່າວນີ້ໄດ້ເຮັດໃຫ້ສະຖານະການພາກພື້ນເຄັ່ງຕຶງຂຶ້ນຕື່ມ. ພວກເຮົາທວງໃຫ້ອາເມຣິກາຈົ່ງເຄົາລົບຄວາມເປັນຫ່ວງໃນດ້ານຄວາມໝັ້ນຄົງຂອງປະເທດອື່ນຢ່າງແທ້ຈິງ, ຍຸດຕິສ້າງການເປັນປໍລະປັກກັນທາງການທະຫານ, ຍຸດຕິທຳລາຍສັນຕິພາບແລະສະຖຽນລະພາບຂອງພາກພື້ນ.
ຟິລິບປິນຄວນເຂົ້າໃຈຢ່າງຊັດເຈນເຖິງຈຸດປະສົງທີ່ແທ້ຈິງຂອງອາເມຣິກາແລະຜົນຮ້າຍຢ້ອນຫຼັງທີ່ຈະຕາມມາຢ່າງໜັກໜ່ວງຈາກການປະສານສົມທົບກັບອາເມຣິກາ, ຢ່າສູ່ຖືການເສຍສະຫຼະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຕົນເປັນຄ່າຕອບແທນ ເພື່ອສ່ຽງໄພໃຫ້ກັບອາເມຣິກາ, ຢ່າສູ່ເດີນຕາມເສັ້ນທາງອັນຜິດພາດທີ່ນັບມື້ນັບໄກອອກໄປ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ
ການປັກຜົມດ້ວຍດອກໄມ້ເຮັດໃຫ້ບ້ານຫາປາຂອງຈີນກາຍເປັນສວນດອກໄມ້ເຄື່ອນທີ່
ສ້າງຊີວິດການເປັນຢູ່ອັນດີງາມດ້ວຍການຖັກແສ່ວເສັ້ນກົ່ວ
ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່
ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”
ຕະຫຼາດດອກໄມ້ສົດທີ່ໃຫຍ່ສຸດຂອງຈີນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved