ພາສາລາວ

ຄວາມຮັບຮູ້ຮ່ວມຈີນ-ເຢຍລະມັນເປັນການຕອບໂຕ້ຢ່າງແຂງແຮງຕໍ່ “ສຽງລົບກວນ” ຈາກຝ່າຍຕາເວັນຕົກ

cri2024-04-18 10:56:02
Share
Share this with Close
Messenger Pinterest LinkedIn

ເມື່ອບໍ່ດົນມານີ້, ທ່ານໂອລາຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນ ພ້ອມດ້ວຍລັດຖະມົນຕີ 3 ທ່ານໃນຄະນະລັດຖະບານ ໄດ້ເດີນທາງມາຢ້ຽມຢາມຈີນ ໂດຍໄດ້ຢ້ຽມຢາມ 3 ຕົວເມືອງຂອງຈີນພາຍໃນເວລາ 3 ວັນ; ນອກນີ້, ຜູ້ຮັບຜິດຊອບຂອງວິສາຫະກິດທີ່ສຳຄັນຂອງເຢຍລະມັນ ເຊັ່ນ: SIEMENS, BMW, Mercedes-Benz ເປັນຕົ້ນ ໄດ້ຈັດຕັ້ງເປັນຄະນະມາຢ້ຽມຢາມຈີນ. ການເດີນທາງມາຢ້ຽມຢາມຈີນຂອງທ່ານໂອລາຟ ໂຊນສໃນຄັ້ງນີ້ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກສື່ມວນຊົນຕາເວັນຕົກ.

ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານໂອລາຟ ໂຊນສໃນວັນທີ 16 ເມສານີ້ ຄືວັນສຸດທ້າຍຕາມຕາຕະລາງແຜນການຢ້ຽມຢາມຈີນຂອງທ່ານ. ທ່ານສີຈິ້ນຜິງຊີ້ອອກວ່າ: ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບເຢຍລະມັນບໍ່ແມ່ນ “ຄວາມສ່ຽງ”, ຫາກແມ່ນການຮັບປະກັນຄວາມໝັ້ນທ່ຽງຂອງການພົວພັນສອງຝ່າຍ ແລະ ໂອກາດແຫ່ງການສ້າງອະນາຄົດ. ທ່ານໂອລາຟ ໂຊນສກ່າວວ່າ: ຍິນດີຮ່ວມມືກັບຈີນ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນລະຫວ່າງສອງປະເທດ ແລະ ລົງເລິກການສົນທະນາສອງຝ່າຍ ແລະ ການຮ່ວມມືໃນຂົງເຂດຕ່າງໆ. ສອງຝ່າຍຍັງໄດ້ລະບຸວ່າ: ຈະສະໜັບສະໜູນການຄ້າເສລີ ແລະ ເສດຖະກິດໂລກາພິວັດ, ຍິນດີຮ່ວມກັນຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ.

ໃນຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບ 2 ແລະ ອັນດັບ 3 ໃນໂລກ, ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງຈີນ ແລະ ເຢຍລະມັນເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ຕະຫຼາດຂອງສອງປະເທດມີການຄົງຕົວແບບເພີ່ງພາອາໄສກັນໃນລະດັບສູງ, ການຮ່ວມມືດ້ານເສດຖະກິດມີຄວາມໜຽວແໜ້ນຫຼາຍສົມຄວນ. ປັດຈຸບັນ, ມີວິສາຫະກິດເຢຍລະມັນຫຼາຍກວ່າ 5.000 ແຫ່ງດຳເນີນທຸລະກິດໃນຕະຫຼາດຈີນ, ຍອດມູນຄ່າການຄ້າສອງຝ່າຍຈີນ-ເຢຍລະມັນໃນປີ 2023 ບັນລຸເຖິງ 253,1 ຕື້ເອີໂຣ, ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ທີ່ສຸດໃນໂລກຂອງເຢຍລະມັນມາເປັນເວລາ 8 ປີລຽນຕິດ.

ການຮ່ວມມືຈີນ-ເຢຍລະມັນມີຜົນດີຕໍ່ທັງສອງປະເທດ ແລະ ມີຜົນດີຕໍ່ໂລກ. ໂລກຍິ່ງມີຄວາມປັ່ນປ່ວນ, ຈີນ ແລະ ເຢຍລະມັນຍິ່ງຈຳເປັນຕ້ອງຍົກລະດັບຄວາມໜຽວແໜ້ນ ແລະ ພະລັງຊີວິດຂອງການພົວພັນສອງປະເທດ. ການຮ່ວມມືຈີນ-ເຢຍລະມັນເປັນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຊິ່ງຈະປະກອບສ່ວນຫຼາຍກວ່າເກົ່າໃຫ້ແກ່ການຮ່ວມມືຈີນ-ເອີຣົບ ແລະ ຈະລຶບລ້າງ “ສຽງລົບກວນ” ທີ່ທຳລາຍສັນຕິພາບ ແລະ ການພັດທະນາຂອງໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn