ພາສາລາວ

ກະຊວງການຕ່າງປະເທດຈີນ: ຈີນ, ອິນໂດເນເຊຍ, ກຳປູເຈຍ ແລະປາປົວນິວກີເນແມ່ນເພື່ອນມິດທີ່ດີ ແລະໝູ່ຄູ່ທີ່ດີ

cri2024-04-17 15:01:21
Share
Share this with Close
Messenger Pinterest LinkedIn

ວັນທີ 16 ເມສານີ້, ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຂຶ້ນ. ມີນັກຂ່າວຖາມວ່າ: ທ່ານສາມາດໃຫ້ຄຳແນະນຳຕໍ່ການພິຈາລະນາຂອງທ່ານວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດທີ່ເດີນທາງໄປຢ້ຽມຢາມອິນໂດເນເຊຍ, ກຳປູເຈຍ ແລະປາປົວນິວກີເນໄດ້ບໍ?

ທ່ານລິນຈ້ຽນກ່າວວ່າ: ຈີນ, ອິນໂດເນເຊຍ, ກຳປູເຈຍ ແລະປາປົວນິວກີເນລ້ວນແຕ່ຕັ້ງຢູ່ເຂດອາຊີປາຊີຟິກ ແລະເປັນປະເທດພວມພັດທະນາ, ເປັນເພື່ອນມິດທີ່ດີ ແລະໝູ່ຄູ່ທີ່ດີທີ່ເຄົາລົບເຊິ່ງກັນ ແລະກັນ, ມີຄວາມສະເໝີພາບແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະພັດທະນາຮ່ວມກັນ. ພາຍໃຕ້ການນຳພາຈາກຍຸດທະສາດການຕ່າງປະເທດປະມຸກລັດ, ການພົວພັນລະຫວ່າງຈີນ ແລະສາມປະເທດໄດ້ຮັກສາທ່າອ່ຽງຂອງການພັດທະນາຢ່າງແຂງແຮງ. ຈີນຍັງໄດ້ຮ່ວມມືກັບອິນໂດເນເຊຍ ແລະກຳປູເຈຍສ້າງປະຊາຄົມຮ່ວມຊາຕາກຳ, ຮ່ວມມືກັບປາປົວນິວກີເນສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຢ່າງຮອບດ້ານ, ລົງເລິກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງບໍ່ຢຸດຢັ້ງ.

ຈີນຫວັງວ່າ ໂດຍຜ່ານການຢ້ຽມຢາມໃນເທື່ອນີ້ຈະຊຸກຍູ້ການພົວພັນສອງຝ່າຍໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງຕໍ່ເນື່ອງ, ຈີນຍິນດີຮ່ວມກັບ 3 ປະເທດ ແລະບັນດາປະເທດໃນພາກພື້ນ, ເພີ່ມທະວີຄວາມສາມັກຄີ ແລະການຮ່ວມມື, ປົກປັກຮັກສາສັນຕິພາບ ແລະຄວາມສະຫງົບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ກໍຄືຂອງໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn