ພາສາລາວ

ຈີນທວງໃຫ້ຍີ່ປຸ່ນຄວນແກ້ໄຂການກະທຳທີ່ຜິດພາດ, ຍຸດຕິສ້າງການເປັນປໍລະປັກກັນແບບເປັນກຸ່ມ

cri2024-04-17 14:20:54
Share
Share this with Close
Messenger Pinterest LinkedIn

ວັນທີ 16 ເມສານີ້ ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຍີ່ປຸ່ນໄດ້ປະກາດປຶ້ມປົກສີຟ້າທາງການທູດປິ2024ໃນມື້ນີ້ ເຊິ່ງກ່ຽວຂ້ອງເຖິງການພົວພັນຈີນ-ຍີ່ປຸ່ນ. ຂໍຖາມແດ່ ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານລິນຈ້ຽນຕອບວ່າ: ເດືອນພະຈິກປີ2023, ໃນເວລາຜູ້ນຳຈີນແລະຍີ່ປຸ່ນພົບປະກັນຢູ່ນະຄອນຊານ ຟຣານຊີສໂກຂອງອາເມຣິກາ ກໍໄດ້ກ້າວເຖິງຂັ້ນວ່າໃຫ້ມີການຕົກລົງກັນຄືນໃໝ່ຕໍ່ການພົວພັນລະຫວ່າງສອງປະເທດເພື່ອຊຸກຍູ້ການຂະຫຍາຍການພົວພັນຍຸດທະສາດທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນຢ່າງຮອບດ້ານ ເຊິ່ງເປັນການຊີ້ທິດເຍືອງທາງດ້ານການເມືອງທີ່ເປັນຂໍກະແຈໃຫ້ແກ່ການປັບປຸງການພົວພັນສອງປະເທດໃຫ້ດີຂຶ້ນ. ແຕ່ວ່າ, ເອກະສານທີ່ກ່ຽວຂ້ອງຂອງບີ່ປຸ່ນພັດໄດ້ຂຽນຄຳເວົ້າທີ່ໃສ່ຮ້າຍປ້າຍສີຕໍ່ຈີນຄືເກົ່າ, ທັງແຊກແຊງວຽກງານພາຍໃນຂອງຈີນຢ່າງໄຮ້ເຫດຜົນ, ຈີນໄດ້ສະແດງການຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້. ພວກເຮົາທວງໃຫ້ຍີ່ປຸ່ນຈົ່ງດັດແກ້ການກະທຳທີ່ຜິດພາດ, ຍຸດຕິການສ້າງການເປັນປໍລະປັກກັນແບບເປັນກຸ່ມ, ຍຶດໝັ້ນຊຸກຍູ້ການພົວພັນດ້ານຍຸດທະສາດທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນເວລາຂະຫຍາຍການພົວພັນສອງຝ່າຍຢ່າງແທ້ຈິງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຜະລິດຕະພັນຍອດຢ້ຽມໃນທົ່ວໂລກໄດ້ມາປາກົດຕົວຢູ່ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນ 2024

ປະຊາຊົນຫຼາຍໝື່ນຄົນສະເຫຼີມສະຫຼອງບຸນຫົດນ້ຳຢູ່ສິບສອງພັນນາ

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

ຕະຫຼາດດອກໄມ້ສົດທີ່ໃຫຍ່ສຸດຂອງຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn