ພາສາລາວ

ລັດຖະມົນຕີກະຊວງການຕ່າງປະເທດຈີນສົນທະນາຜ່ານທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດອີຣານ

cri2024-04-16 15:43:33
Share
Share this with Close
Messenger Pinterest LinkedIn

ວັນທີ 15 ເມສານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາຜ່ານທາງໂທລະສັບກັບທ່ານໂຮເຊອິນ ອາເມຍ ອັບໂດລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານ.

ທ່ານອັບໂດລາຮຽນໄດ້ແນະນຳຫຼັກໝັ້ນຂອງອີຣານກ່ຽວກັບເຫດການສະຖານທູດອີຣານປະຈຳຊີຣີຖືກໂຈມຕີໂດຍກ່າວວ່າ: ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດບໍ່ໄດ້ຕອບໂຕ້ຕໍ່ເລື່ອງນີ້, ແຕ່ອີຣານມີສິດຕອບໂຕ້ການລ່ວງລ້ຳອະທິປະໄຕຂອງປະເທດຕົນ. ປັດຈຸບັນນີ້ສະຖານະການໃນພາກພື້ນແມ່ນມີຄວາມອ່ອນໄຫວຫຼາຍ, ອີຣານຍິນດີຮັກສາຄວາມອົດກັ້ນ, ບໍ່ມີເຈດຕະນາເຮັດໃຫ້ສະຖານະການຮ້າຍແຮງຕື່ມອີກ.

ທ່ານວາງຢີ້ບອກກັບທ່ານອັບໂດລາຮຽນວ່າ: ຈີນກ່າວປະນາມຢ່າງຮຸນແຮງ ແລະເດັດດ່ຽວປະທ້ວງຢ່າງເຄັ່ງຂຶມຕໍ່ເຫດການສະຖານທູດອີຣານປະຈຳຊີຣີຖືກໂຈມຕີ ແລະເຫັນວ່າ ເຫດການນີ້ເປັນການລະເມີດກົດໝາຍສາກົນຢ່າງຮ້າຍແຮງ ແລະບໍ່ສາມາດຮັບເອົາໄດ້. ຈີນໄດ້ສັງເກດວ່າ, ອີຣານກ່າວວ່າການກະທຳທີ່ຕົນໄດ້ດຳເນີນໄປມີຄວາມຈຳກັດ, ເປັນການປະຕິບັດສິດປ້ອງກັນປະເທດຕົນເພື່ອຕອບໂຕ້ການໂຈມຕີສະຖານທູດອີຣານປະຈຳຊີຣີ, ຈີນສະແດງຄວາມຊົມເຊີຍຕໍ່ອີຣານທີ່ກ່າວຢ້ຳວ່າຈະສືບຕໍ່ປະຕິບັດນະໂຍບາຍບ້ານໃກ້ເຮືອນຄຽງທີ່ດີ.

ທ່ານວາງຢີ້ກ່າວຢ້ຳຕື່ມອີກວ່າ: ສະຖານະການພາກພື້ນໃນປັດຈຸບັນແມ່ນຜົນມາຈາກການປະທະກັນຢູ່ເຂດກາຊາ. ວຽກຮີບດ່ວນແມ່ນຕ້ອງຈັດຕັ້ງປະຕິບັດມະຕິເລກ 2728 ຂອງສະພາຄວາມໝັ້ນຄົງອົງການສປຊໂດຍໄວ, ຢຸດຍິງຢູ່ເຂດກາຊາ ແລະປ້ອງກັນໄພພິບັດດ້ານມະນຸດສະທຳທີ່ນັບມື້ນັບຮ້າຍແຮງຕື່ມອີກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn