ພາສາລາວ

ຈີນທວງໃຫ້ອາເມຣິກາຍຸດຕິການໂຈມຕີຈີນທາງອິນເຕີເນັດໃນທັນທີ

cri2024-04-16 15:00:50
Share
Share this with Close
Messenger Pinterest LinkedIn

ວັນທີ 15 ເມສານີ້ ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ໃນໄລຍະໜຶ່ງຜ່ານມານີ້ ອາເມຣິກາໄດ້ຕິຕຽນລັດຖະບານຈີນຫຼາຍເທື່ອທີ່ວ່າຈີນໄດ້ສະໜັບສະໜູນກຸ່ມແຮກເກີ “ໂວດໄຕ້ຟຸ່ນ”ເພື່ອໂຈມຕີທາງອິນເຕີເນັດ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານລິນຈ້ຽນຕອບວ່າ: ກຸ່ມແຮກເກີ “ໂວດໄຕ້ຟຸ່ນ”ເປັນກຸ່ມຕ້ອງໂທດທາງອິນເຕີເນັດທີ່ບໍ່ມີປະເທດແລະເຂດແຄວ້ນໃດໃຫ້ການສະໜັບສະໜູນ. ປາກົດການຕ່າງໆສະແດງໃຫ້ເຫັນວ່າ: ອົງການຂ່າວລັບ ແລະ ວິສາຫະກິດຄວາມໝັ້ນຄົງທາງອິນເຕີເນັດຂອງອາເມຣິກາສ້າງສະຖານະການຂຶ້ນເພື່ອຢາກໄດ້ງົບປະມານຈາກລັດຖະສະພາແລະສັນຍາຮ່ວມມືກັບລັດຖະບານ, ໂດຍໄດ້ຮ່ວມກັນສ້າງຫຼັກອ້າງອີງ ແລະແຈກຢາຍປ່າວຂ່າວປອມວ່າລັດຖະບານຈີນສະໜັບສະໜູນການໂຈມຕີອາເມຣິກາທາງອິນເຕີເນັດ.

ທ່ານລິນຈ້ຽນຊີ້ໃຫ້ເຫັນວ່າ: ໃຜໆກໍຮູ້ດີແລ້ວວ່າ: ອາເມຣິກາຈຶ່ງແມ່ນແຫຼ່ງໃຫຍ່ກວ່າໝູ່ທີ່ກຳເນີດການໂຈມຕີທາງອິນເຕີເນັດ, ເປັນການຂົ່ມຂູ່ໃຫຍ່ກວ່າໝູ່ຕໍ່ຄວາມໝັ້ນຄົງທາງອິນເຕີເນັດ. ໃນໄລຍະໜຶ່ງຜ່ານມານີ້, ບາງຄົນຂອງອາເມຣິກາໄດ້ຖືການຊອກຫາແຫຼ່ງກຳເນີດການໂຈມຕີທາງອິນເຕີເນັດ ເພື່ອເປັນເຄື່ອງມືທີ່ໃສ່ຮ້າຍປ້າຍສີຕໍ່ຈີນ ເຊິ່ງໄດ້ທຳລາຍສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງປະເທດຈີນຢ່າງໜັກໜ່ວງ. ຈີນທວງໃຫ້ອາເມຣິກາຄວນຍຸດຕິການໂຈມຕີຈີນທາງອິນເຕີເນັດໃນທັນທີ, ແລະຍຸດຕິການໃສ່ຮ້າຍປ້າຍສີຕໍ່ຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn