ພາສາລາວ

ການທູດຈີນຈະສືບຕໍ່ປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງແນວຄິດຄວາມໝັ້ນຄົງແຫ່ງຊາດໂດຍລວມ

cri2024-04-16 15:15:22
Share
Share this with Close
Messenger Pinterest LinkedIn

ວັນທີ 15 ເມສານີ້, ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວວ່າ: ປີ 2024 ນີ້ແມ່ນຄົບຮອບ 10 ປີຂອງແນວຄິດຄວາມໝັ້ນຄົງແຫ່ງຊາດໂດຍລວມທີ່ສະເໜີໂດຍທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ພາຍໃຕ້ການຊີ້ນຳແບບວິທະຍາສາດຂອງແນວຄິດຄວາມໝັ້ນຄົງແຫ່ງຊາດໂດຍລວມ, ສະພາບການສັງຄົມສາມາດຮັກສາໄດ້ສະຖຽນລະພາບໃນໄລຍະຍາວ, ຈີນໄດ້ກາຍເປັນປະເທດໜຶ່ງທີ່ມີຄວາມໝັ້ນຄົງທີ່ສຸດໃນໂລກ.

ທ່ານລິນຈ້ຽນກ່າວຕື່ມວ່າ: ປັດຈຸບັນນີ້, ໂລກໄດ້ກ້າວເຂົ້າສູ່ໄລຍະໃໝ່ທີ່ມີຄວາມວຸ້ນວາຍ ແລະການປ່ຽນແປງຢ່າງສັບສົນ, ໃນວຽກງານການທູດ, ພວກເຮົາຈະປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະຜົນປະໂຫຍດການພັດທະນາຂອງຊາດຢ່າງເດັດດ່ຽວ, ຕັ້ງໜ້າຊຸກຍູ້ການແລກປ່ຽນ ແລະການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງສອງຝ່າຍ ແລະຫຼາຍຝ່າຍ, ປັບປຸງລະບົບການຄຸ້ມຄອງຄວາມໝັ້ນຄົງໃນທົ່ວໂລກ.

ທ່ານເໜັ້ນໜັກຕື່ມອີກວ່າ: ການທູດຈີນຈະສືບຕໍ່ປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງແນວຄິດຄວາມໝັ້ນຄົງແຫ່ງຊາດໂດຍລວມ, ໃນຂະນະທີ່ຍຶດໝັ້ນປົກຮັກສັກສາຄວາມໝັ້ນຄົງຂອງປະເທດຕົນ, ຈີນຍັງຈະຊຸກຍູ້ຄວາມໝັ້ນຄົງຮ່ວມກັນຂອງສາກົນ, ສົ່ງເສີມບັນດາປະເທດຮ່ວມກັນຮັບມືກັບສິ່ງທ້າທາຍ ແລະຄວາມສ່ຽງຕ່າງໆດ້ານຄວາມໝັ້ນຄົງ, ຮ່ວມກັນສ້າງໂລກໃຫ້ດີງາມທີ່ເຕັມໄປດ້ວຍສັນຕິພາບແບບຍາວນານ ແລະມີຄວາມໝັ້ນຄົງທົ່ວໄປ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn