ພາສາລາວ

ກອງປະຊຸມວິທະຍາສາດຊາວໜຸ່ມໂລກຮົງກົງຄັ້ງທຳອິດສຸມໃສ່ການຊຸກຍູ້ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່

CRI2024-04-14 15:31:45
Share
Share this with Close
Messenger Pinterest LinkedIn

ພິທີເປີດກອງປະຊຸມວິທະຍາສາດຊາວໜຸ່ມໂລກຮົງກົງຄັ້ງທຳອິດ ແລະ ເວທີເປິກສາຫາລືໂນເບວຊ່ຽງຈ່ຽງປີ 2024 ໄດ້ຈັດຂຶ້ນຢູ່ສູນປະຊຸມແລະວາງສະແດງຮົງກົງໃນວັນທີ 13 ເມສານີ້ ໂດຍມີເຈົ້າຂອງລາງວັນໂນເບວ ແລະ ເຈົ້າຂອງລາງວັນຕູຣິງ 7 ທ່ານທີ່ມາຈາກປະເທດ ແລະ ເຂດແຄວ້ນຕ່າງໆ ເຊັ່ນ: ອາເມຣິກາ, ສະວິດ, ໂຮນລັງ, ນອກແວ ແລະ ຮົງກາຣີ, ພ້ອມດ້ວຍສະມາຊິກສະຖາບັນວິທະຍາສາດ ແລະ ນັກວິທະຍາສາດຈີນ ແລະ ຕ່າງປະເທດ 20 ກວ່າທ່ານເຂົ້າຮ່ວມ ເພື່ອຄົ້ນຄວ້າພິຈາລະນາຖານຂໍ້ມູນມະຫາສານ, ປັນຍາປະດິດ, ການປະມວນຜົນຄວານຕຳ ແລະ ຫົວຂໍ້ອື່ນໆ.

ທ່ານຫຼີເຈ່ຍຊາວ ຜູ້ວ່າການເຂດບໍລິຫານພິເສດຮົງກົງ ໄດ້ກ່າວຄຳປາໄສໃນພິທີດັ່ງກ່າວ ໂດຍກ່າວວ່າ: ອຳນາດການປົກຄອງຮົງກົງຈະສຸມກຳລັງເຂົ້າໃນການສ້າງເວທີການຮ່ວມມືທີ່ເປີດກວ້າງລະດັບໜຶ່ງຂອງໂລກ, ຊຸກຍູ້ການແລກປ່ຽນເຊິ່ງກັນລະກັນລະຫວ່າງວົງການຕ່າງໆ ລວມທັງພາກລັດ, ອຸດສາຫະກຳ, ວິຊາການ ແລະ ວົງການຄົ້ນຄວ້າຂອງຮົງກົງ ແລະ ແຫ່ງຕ່າງໆຂອງໂລກ, ຍົກຖານະຂອງຮົງກົງໃນສາກົນໃຫ້ສູງຂຶ້ນໃນຂົງເຂດການຄົ້ນຄວ້າວິທະຍາສາດ, ການປະດິດສ້າງໃໝ່ ແລະ ການສ້າງທຸລະກິດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຖ້າວ່າໄດ້ຮັບທຶນການສຶກສາ, ທ່ານຈະເອົາໄປເຮັດຫຍັງແດ່?

123全文 3 下一页

Share this story on

Messenger Pinterest LinkedIn