ພາສາລາວ

ທ່ານວາງຢີ້ພົບປະເລຂາບໍລະຫານງານEscap ແລະປະທານກອງທຶນກອງປະຊຸມຄວາມໝັ້ນຄົງມູນິກ

cri2024-04-13 17:15:19
Share
Share this with Close
Messenger Pinterest LinkedIn

ວັນທີ12ເມສານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ,ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານນາງອາມີດາ ເອລີສຢາບານາ ເລຂາບໍລະຫານງານກຳມາທິການເສດຖະກິດສັງຄົມອາຊີປາຊິຟິກ ຫຼື Escap ແລະທ່ານວົຟກາງ ອິສຊີນເກີ ປະທານກອງທຶນກອງປະຊຸມຄວາມໝັ້ນຄົງມູນິກຢູ່ນະຄອນຫຼວງປັກກິ່ງ.

ໃນເວລາພົບປະກັບທ່ານນາງ ເອລີສຢາບານາ, ທ່ານວາງຢີ້ກ່າວວ່າ: ພາກພື້ນອາຊີປາຊິຟິກຕ້ອງການການພັດທະນາ ຫາກບໍ່ແມ່ນຄວາມປັ່ນປ່ວນ; ຕ້ອງສຸມໃສ່ການຮ່ວມມືກັນ ຫາກບໍ່ແມ່ນການຕັດແຍກຈາກກັນ. ຈີນຍິນດີຮ່ວມກັບ Escap ເພີ່ມທະວີຄວາມສາມັກຄີແລະການປະສານງານກັນ, ພ້ອມກັນປົກປ້ອງລັດທິຫຼາຍຝ່າຍທີ່ແທ້ຈິງ, ຊຸກຍູ້ການຮ່ວມມື“ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ, ລົງເລິກໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ, ເພີ່ມທະວີໃຫ້ຂໍ້ລີເລີ່ມດ້ານການພັດທະນາທົ່ວໂລກເຊື່ອມຕໍ່ກັບ Escap ທີ່ຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສປຊ.

ໃນເວລາພົບປະກັບທ່ານ ອິສຊີນເກີ, ທ່ານວາງຢີ້ກ່າວວ່າ: ຈີນໃນຖານະເປັນປະເທດໃຫຍ່ທີ່ຮັບຜິດຊອບ ໄດ້ຕັ້ງໜ້າສົ່ງເສີມການຫັນເປັນຫຼາຍຂົ້ວຂອງໂລກຢ່າງສະເໝີພາບແລະເປັນລະບຽບຮຽບຮ້ອຍ, ເດັດດ່ຽວເປັນກຳລັງທີ່ຕັ້ງໜ້າໝັ້ນຄົງໃນໂລກທີ່ປັ່ນປ່ວນ. ຈີນກັບເຢຍລະມັນແລະເອີຣົບແມ່ນຄູ່ຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນແລະພັດທະນາຮ່ວມກັນ, ຜົນປະໂຫຍດຮ່ວມຂອງສອງຝ່າຍແມ່ນໃຫຍ່ກວ່າຄວາມຂັດແຍ້ງກັນຢ່າງຫຼວງຫຼາຍ. ຫວັງວ່າທ່ານປະທານຈະສືບຕໍ່ເສີມຂະຫຍາຍຜົນສະທ້ອນທີ່ຕັ້ງໜ້າເພື່ອຊຸກຍູ້ໃຫ້ກອງປະຊຸມຄວາມໝັ້ນຄົງມູນິກໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການລົງເລິກການແລກປ່ຽນແລະການຮ່ວມມືກັນລະຫວ່າງຈີນກັບເຢຍລະມັນ ແລະລະຫວ່າງຈີນກັບເອີຣົບ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ມາສຳຜັດກັບຈຸດເດັ່ນຂອງງານວາງສະແດງເຄື່ອງອຸປະໂພກບໍລິໂພກສາກົນຈີນ 2024

123全文 3 下一页

Share this story on

Messenger Pinterest LinkedIn