ພາສາລາວ

ທ່ວງທ່າການພັດທະນາການຄ້າກັບຕ່າງປະເທດຂອງຈີນໃນໄຕມາດທີ 1 ປີນີ້ດີຂຶ້ນ

CRI2024-04-13 15:13:28
Share
Share this with Close
Messenger Pinterest LinkedIn

ໂດຍປະເຊີນໜ້າກັບສະຖານະການພາຍນອກທີ່ຂ້ຽວຂາດ, ສະພາບການການຄ້າກັບຕ່າງປະເທດຂອງຈີນໃນຕົ້ນປີ 2024 ມີທ່ວງທ່າທີ່ດີ. ອີງຕາມຕົວເລກທີ່ກົມໃຫຍ່ດ່ານພາສີອຈີນປະກາດໃນວັນທີ 12 ເມສານີ້, ໃນໄຕມາດທີໜຶ່ງປີນີ້, ຍອດມູນຄ່າຂາເຂົ້າຂາອອກສິນຄ້າຂອງຈີນບັນລຸເຖິງ 10,170 ຕື້ຢວນ, ເພີ່ມຂຶ້ນ 5% ເມື່ອທຽບກັບໄລຍະດຽວກັນຂອງປີ2023ີ້. ໃນນັ້ນ, ມູນຄ່າການສົ່ງອອກສິນຄ້າມີ 5,740 ຕື້ຢວນ,ເພີ່ມຂຶ້ນ 4,9%,ມູນຄ່າການນຳເຂົ້າສິນຄ້າມີ 4,430 ຕື້ຢວນ, ເພີ່ມຂຶ້ນ 5%.

ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນຈັດຂຶ້ນໃນມື້ດຽວກັນ, ທ່ານວາງລີ້ງຈຸ້ນ ຮອງຫົວໜ້າກົມໃຫຍ່ດ່ານພາສີຈີນກ່າວວ່າ: ປັດຈຸບັນ, ການຄ້າທົ່ວໂລກກຳລັງປະກົດທີ່ມີທ່ວງທ່າໝັ້ນທ່ຽງ ແລະ ດີຂຶ້ນ, ອົງການການຄ້າໂລກ ຫຼື WTO ຄາດວ່າ:ປະລິມານການຄ້າສິນຄ້າທົ່ວໂລກໃນປີ 2024 ຈະເພີ່ມຂຶ້ນ 2,6%, ສະພາການຄ້າແລະການພັດທະນາອົງການສະຫະປະຊາຊາດກໍ່ປະກາດບົດລາຍງານສະບັບຫຼ້າສຸດໂດຍເຫັນວ່າ: ການຄ້າສິນຄ້າທົ່ວໂລກມີທ່ວງທ່າທີ່ດີ. ຄາດວ່າ, ການຄ້າຂາເຂົ້າຂາອອກຂອງຈີນໃນໄຕມາດທີ 2 ຈະສືບຕໍ່ດີຂຶ້ນຢ່າງຕໍ່ເນື່ອງ ແລະ ຮັກສາການເຕີບໂຕໃນ 6 ເດືອນຕົ້ນປີນີ້ໂດຍພື້ນຖານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn