ພາສາລາວ

ຈີນເປັນປະເທດອັນດັບໜຶ່ງໃນດ້ານການຄ້າສິນຄ້າເປັນເວລາ 7 ປີລຽນຕິດ

CRI2024-04-13 15:05:21
Share
Share this with Close
Messenger Pinterest LinkedIn

ວັນທີ 12 ເມສານີ້, ຜູ້ຮັບຜິດຊອບກົມການຄ້າກັບຕ່າງປະເທດຂອງກະຊວງການຄ້າຈີນກ່າວວ່າ: ປີ 2023, ຈີນກວມອັດຕາສ່ວນ 14,2% ໃນຕະຫຼາດການສົ່ງອອກຂອງສາກົນ ໄດ້ເປັນອັນດັບໜຶ່ງໃນດ້ານການຄ້າສິນຄ້າເປັນເວລາ 7 ປີຢ່າງລຽນຕິດແລ້ວ. ພາຍໃຕ້ເບື້ອງຫຼັງທີ່ເສດຖະກິດໂລກຟື້ນຟູຢ່າງລຳບາກ,ຈີນໄດ້ຮັກສາກວມອັດຕາສ່ວນໃນຕະຫຼາດສາກົນຢ່າງໝັ້ນທ່ຽງໂດຍລວມ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງໃນດ້ານການພັດທະນາ.

ຜູ້ຮັບຜິດຊອບດັ່ງກ່າວກ່າວຕ່ືມວ່າ: ການຄ້າຂອງຈີນໃນປີ 2024 ເປັນຕາຄອງຄອຍ. ອົງການການຄ້າໂລກ ຫຼື WTO ຄາດວ່າ: ຈັງຫວະການເຕີບໂຕຂອງການຄ້າທົ່ວໂລກໃນປີ 2024 ແມ່ນ 2,6%, ເພີ່ມຂຶ້ນ 3,8% ເມື່ອທຽບກັບປີ 2023,ໃນໄຕມາດທີ 1 ຂອງປີ 2024, ໃນຂົງເຂດການຄ້າໄດ້ເກີດມີທ່ວງທ່າການຟື້ນຟູຂຶ້ນ. ພ້ອມກັນນັ້ນ, ອົງການ WTO ກໍ່ໄດ້ແຈ້ງອີກວ່າ: ລັກສະນະບໍ່ແນ່ນອນຕ່າງໆ ເຊັ່ນ: ການປະທະກັນໃນພາກພື້ນ ແລະ ລັດທິປົກປັກການຄ້າເປັນຕົ້ນຍັງເພີ່ມຂຶ້ນຢ່າງເດັ່ນຊັດ, ການຄ້າທົ່ວໂລກຍັງອາດຈະຫຼຸດລົງໄດ້. ເພື່ອຮັບມືກັບສະພາບແວດລ້ອມພາຍນອກທີ່ຂ້ຽວຂາດ ແລະສັບສົນ, ກະຊວງການຄ້າຈີນກຳລັງຮ່ວມກັບທ້ອງຖິ່ນຕ່າງໆ ແລະ ພາກສ່ວນຕ່າງໆຄົ້ນຄວ້າຈັດນະໂຍບາຍ ແລະ ມາດຕະການທີ່ຕິດແທດຕົວຈິງຈຳນວນໜຶ່ງໂດຍອີງຕາມການຕັດສິນຂອງສູນກາງພັກຄອມມູນິດຈີນ ແລະ ລັດຖະບານຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn