ພາສາລາວ

ນາຍົກຈີນລົງນາມໃນຄຳສັ່ງລັດຖະບານ ປະກາດກົດລະບຽບວ່າດ້ວຍການຕອບແທນຕໍ່ການອະນຸລັດສິ່ງແວດລ້ອມນິເວດ

cri2024-04-11 12:08:57
Share
Share this with Close
Messenger Pinterest LinkedIn

ເມື່ອມໍ່ໆມານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ລົງນາມໃນຄຳສັ່ງລັດຖະບານໂດຍປະກາດວ່າ ກົດລະບຽບວ່າດ້ວຍການຕອບແທນຕໍ່ການອະນຸລັດສິ່ງແວດລ້ອມນິເວດຈະເລີ່ມປະຕິບັດນັບຕັ້ງແຕ່ວັນທີ1ມິຖຸນາ2024ເປັນຕົ້ນໄປ.

ລະບຽບການວ່າດ້ວຍການຕອບແທນຕໍ່ການອະນຸລັກສິ່ງແວດລ້ອມນິເວດເປັນພາກສ່ວນສຳຄັນຂອງໂຄງປະກອບຄວາມສີວິໄລດ້ານນິເວດ. ກົດລະບຽບວ່າດ້ວຍການຕອບແທນຕໍ່ການອະນຸລັດສິ່ງແວດລ້ອມນິເວດປະກອບມີທັງໝົດ6ພາກ33ມາດຕາ ເຊິ່ງມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງແມ່ນກຳນົດຢ່າງຈະແຈ້ງກ່ຽວກັບນິຍາມຂອງການຕອບທົດຕໍ່ການອະນຸລັກສິ່ງແວດລ້ອມນິເວດ. ສອງແມ່ນກຳນົດຢ່າງຈະແຈ້ງກ່ຽວກັບຫຼັກການປະຕິບັດງານ, ບູລະນະກົນໄກເຮັດວຽກໃຫ້ສົມບູນຂຶ້ນ. ສາມແມ່ນປັບປຸງການຕອບແທນດ້ານງົບປະມານຈາກສູນກາງລົງສູ່ທ້ອງຖິ່ນໃຫ້ເປັນລະບຽບແບບແຜນ. ສີ່ແມ່ນປັບປຸງການຕອບແທນລະຫວ່າງເຂດແຄວ້ນໃຫ້ສົມບູນຂຶ້ນ. ຫ້າແມ່ນສົ່ງເສີມຊຸກຍູ້ການຕອບແທນດ້ານກົນໄກຕະຫຼາດ. ຫົກແມ່ນເພີ່ມທະວີການຄຸ້ມຄອງການຮັບປະກັນແລະການຕິດຕາມກວດກາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn