ພາສາລາວ

ໄຕມາດທີ1ປີນີ້ ປະລິມານການຜະລິດລົດຍົນຂອງຈີນເພີ່ມຂຶ້ນ6,4%, ປະລິມານການຈຳໜ່າຍເພີ່ມຂຶ້ນ 10,6%

cri2024-04-11 12:03:15
Share
Share this with Close
Messenger Pinterest LinkedIn

ອີງຕາມແຫຼ່ງຂ່າວຈາກສະມາຄົມອຸດສາຫະກຳລົດຍົນຈີນແຈ້ງໃຫ້ຮູ້ໃນວັນທີ10ເມສານີ້ວ່າ: ນັບແຕ່ເດືອນມັງກອນຫາເດືອນມີນາປີນີ້, ປະລິມານການຜະລິດລົດຍົນຂອງຈີນໄດ້ບັນລຸເຖິງ 6.606.000 ຄັນ ເພີ່ມຂຶ້ນ6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ, ຂະນະທີ່ປະລິມານການຈຳໜ່າຍບັນລຸເຖິງ 6.720.000 ຄັນ, ເພີ່ມຂຶ້ນ 10,6%.

ອີງຕາມຂໍ້ມູນສະຖິຕິຂອງສະມາຄົມອຸດສາຫະກຳລົດຍົນຈີນສະແດງໃຫ້ເຫັນວ່າ: ປະລິມານການຜະລິດ ແລະ ຈຳໜ່າຍລົດພະລັງງານໃໝ່ຂອງຈີນໄດ້ສືບຕໍ່ມີທ່ວງທ່າເພີ່ມຂຶ້ນຢ່າງວ່ອງໄວ. ນັບແຕ່ເດືອນມັງກອນຫາເດືອນມີນາປີນີ້, ປະລິມານການຜະລິດລົດພະລັງງານໃໝ່ບັນລຸເຖິງ 2.115.000 ຄັນ, ເພີ່ມຂຶ້ນ 28,2%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ, ຂະນະທີ່ປະລິມານການຈຳໜ່າຍບັນລຸເຖິງ 2.090.000 ຄັນ, ເພີ່ມຂຶ້ນ 31,8%, ເຊິ່ງຄອງຕະຫຼາດກວມເຖິງ31,1%.

ນັບແຕ່ເດືອນມັງກອນຫາເດືອນມີນາປີນີ້, ຈີນໄດ້ສົ່ງອອກລົດຍົນ1.324.000 ຄັນ, ເພີ່ມຂຶ້ນ 33,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ, ໃນນີ້ ສົ່ງອອກລົດພະລັງງານໃໝ່ເຖິງ 307.000 ຄັນ, ເພີ່ມຂຶ້ນ 23,8%.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຄວາມຫວັງໃຫຍ່ທີ່ສຸດຂອງລາວ ຄືຜະລິດທັນຍາຫານໃຫ້ຫຼາຍກວ່າເກົ່າ

ມາເບິ່ງ, ບໍ່ເກືອທີ່ເລິກຫຼາຍກວ່າພັນແມັດ

ແຂວງຢຸນນານ ເປັນທີ່ໜ້າທ່ຽວຊົມ: ເລຂາຄະນະພັກແຂວງໂຄສະນາເຜີຍແຜ່ “ວິຖີການດຳລົງຊີວິດແບບຢຸນນານ”

ເມືອງຈື້ກົ້ງຂອງຈີນພະຍາຍາມພັດທະນາເສດຖະກິດເຮືອບິນຂະໜາດນ້ອຍ ແລະເຮືອບິນບໍ່ມີຄົນຂັບ

ໄປສຳຜັດກັບຕ້ອງໂສ້ການຜະລິດໄດໂນເສົາຈຳລອງ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn