ພາສາລາວ

ຮອງນາຍົກຈີນພົບປະກັບລັດຖະມົນຕີກະຊວງການເງິນອາເມຣິກາ

cri2024-04-07 10:11:58
Share
Share this with Close
Messenger Pinterest LinkedIn

ຫົວໜ້າການເຈລະຈາເສດຖະກິດການຄ້າຂອງສອງຝ່າຍຈີນ ແລະ ອາເມຣິກາ ຄື ທ່ານເຫີລີເຟິງ ຮອງນາຍົກລັດຖະມົນຕີຈີນ ແລະ ທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາໄດ້ຈັດການເຈລະຈາຫຼາຍຮອບຢູ່ນະຄອນກວາງໂຈ່ວແຂວງກວາງຕຸ້ງຈີນ ລະຫວ່າງວັນທີ 5 ຫາ 6 ເມສານີ້ ໂດຍປິ່ນອ້ອມຄວາມເຫັນທີ່ເປັນເອກະພາບກັນລະຫວ່າງປະມຸກລັດສອງປະເທດ, ສອງຝ່າຍໄດ້ລົງເລິກແລກປ່ຽນກ່ຽວກັບສະພາບການເສດຖະກິດມະຫາພາກທົ່ວໂລກ, ການພົວພັນເສດຖະກິດຈີນ-ອາເມຣິກາ ແລະ ສິ່ງທ້າທາຍລັກສະນະທົ່ວໂລກຢ່າງກົງໄປກົງມາ, ຕິດແທດກັບຕົວຈິງ ແລະ ມີລັກສະນະສ້າງສັນ, ມີຄວາມເປັນເອກະພາບກັນເຫັນດີເປິກສາຫາລືການເຕີບໂຕແບບດຸນດ່ຽງກັນລະຫວ່າງເສດຖະກິດຈີນ-ອາເມຣິກາ ກໍຄືເສດຖະກິດທົ່ວໂລກ, ຄວາມໝັ້ນຄົງດ້ານການທະນາຄານ, ການທະນາຄານແບບຍືນຍົງ, ການຮ່ວມມືຕ້ານການຟອກເງິນ ແລະອື່ນໆ ພາຍໃຕ້ຂອບໜ່ວຍງານເສດຖະກິດການທະນາຄານຈີນ-ອາເມຣິກາ. ຈີນສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ມາດຕະການຈຳກັດເສດຖະກິດການຄ້າຕໍ່ຈີນຂອງອາເມຣິກາ ແລະ ໃຫ້ຄຳຕອບຢ່າງເຕັມທີ່ຕໍ່ບັນຫາຄວາມສາມາດດ້ານການຜະລິດ. ສອງຝ່າຍເຫັນດີຈະສືບຕໍ່ຮັກສາການແລກປ່ຽນກັນຕື່ມອີກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn