ພາສາລາວ

ຈີນແລະໄທຈະຮ່ວມມືປະຕິບັດໜ້າທີ່ສຳຫຼວດດວງຈັນ

CRI2024-04-06 12:48:18
Share
Share this with Close
Messenger Pinterest LinkedIn

ວັນທີ 5 ເມສານີ້, ກົມການບິນອະວະກາດແຫ່ງຊາດຈີນແລະກະຊວງການສຶກສາຊັ້ນສູງ, ການຄົ້ນຄວ້າວິທະຍາສາດແລະນະວັດຕະກຳປະເທດໄທໄດ້ຮ່ວມກັນເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານການສຳຫຼວດແລະນຳໃຊ້ອະວະກາດໂດຍສັນຕິແລະບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືກ່ຽວກັບສະຖານີຄົ້ນຄວ້າວິທະຍາສາດດວງຈັນສາກົນຢູ່ນະຄອນຫຼວງປັກກິ່ງຂອງຈີນ.

ໂດຍອີງຕາມຄຳໝັ້ນສັນຍາໃນບົດບັນທຶກຊ່ວຍຈຳດັ່ງກ່າວ, ຈີນແລະໄທຈະສ້າງຕັ້ງຄະນະກຳມະການປະສົມແລະໜ່ວຍງານປະສົມ, ໃນຂົງເຂດການສຳຫຼວດອະວະກາດ, ການນຳໃຊ້ອະວະກາດ, ການສ້າງສາຄວາມສາມາດໃນອະວະກາດແລະຂົງເຂດອື່ນໆ, ເພີ່ມທະວີການຮ່ວມມືດ້ວຍຮູບການຕ່າງໆ ເຊັ່ນ: ການວາງແຜນແລະປະຕິບັດໂຄງການອະວະກາດຮ່ວມ, ໂຄງການແລກປ່ຽນດ້ານວິທະຍາສາດ, ແຜນການອົບຮົມບຸກຄະລາກອນແລະອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

123全文 3 下一页

Share this story on

Messenger Pinterest LinkedIn