ພາສາລາວ

ຈີນຈະຕອບໂຕ້ອາເມຣິກາຢ່າງເດັດດ່ຽວໃນກໍລະນີທີ່ຈຳກັດການອອກວີ່ຊາແກ່ເຈົ້າໜ້າທີ່ເຂດຮົງກົງ

CRI2024-04-02 11:20:59
Share
Share this with Close
Messenger Pinterest LinkedIn

ທ່ານວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນວັນທີ 1 ເມສານີ້ວ່າ: ຮົງກົງແມ່ນເຂດບໍລິຫານພິເສດຂອງຈີນ, ຈີນມີຄວາມຕັດສິນໃຈອັນເດັດຂາດໃນການຄັດຄ້ານອິດທິກຳລັງພາຍນອກໃດໆເຂົ້າມາແຊກແຊງວຽກງານຂອງຮົງກົງ. ຖ້າວ່າອາເມຣິກາຈຳກັດການອອກວີ່ຊາແກ່ເຈົ້າໜ້າທີ່ເຂດພິເສດຮົງກົງ, ຈີນກໍຈະໃຊ້ມາດຕະການຕອບໂຕ້ຢ່າງເດັດດ່ຽວ.

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນດັ່ງກ່າວ, ມີນັກຂ່າວຖາມວ່າ: ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດອາເມຣິກາໄດ້ອອກ “ບົດລາຍງານກົດໝາຍກ່ຽວກັບນະໂຍບາຍຮົງກົງ”(Hong Kong Policy Act Report), ຈາກນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ອອກຖະແຫຼງການ ໂດຍປະກາດວ່າຈະໃຫ້ຈຳກັດຕໍ່ການອອກວີ່ຊາແກ່ເຈົ້າໜ້າທີ່ເຂດພິເສດຮົງກົງ. ຝ່າຍຈີນຈະມີການຕອບໂຕ້ປະການໃດຕໍ່ກໍລະນີດັ່ງກ່າວ?

ທ່ານວ່າງເຫວິນປິ່ນກ່າວວ່າ: ອາເມຣິກາໄດ້ອອກບົດລາຍງານແບບນີ້ອີກ ກໍເພື່ອໃສ່ຮ້າຍປ້າຍສີ ແລະ ສ້າງຄວາມເສື່ອມເສຍຊື່ສຽງໃຫ້ແກ່ກົດໝາຍຮັກສາຄວາມໝັ້ນຄົງແຫ່ງຊາດເຂດບໍລິຫານພິເສດຮົງກົງ ສປ ຈີນ, ລະບຽບການເລືອກຕັ້ງເຂດພິເສດຮົງກົງ ແລະ ກົດລະບຽບວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ, ກ່າວໂຈມຕີປະຊາທິປະໄຕ, ການປົກຄອງດ້ວຍກົດໝາຍ, ສິດທິມະນຸດ ແລະ ເສລີພາບຂອງຮົງກົງ, ເປີດກ່າວວ່າຈະໃຫ້ການຈຳກັດຕໍ່ການອອກວີ່ຊາແກ່ເຈົ້າໜ້າທີ່ເຂດພິເສດຮົງກົງ ເຊິ່ງເປັນການປົນເປຄວາມຖືກແລະຄວາມຜິດ, ກັບດຳເປັນຂາວ, ເຂົ້າແຊກແຊງວຽກງານຂອງຮົງກົງກໍຄືວຽກງານພາຍໃນຂອງຈີນ, ໄດ້ລະເມີດຫຼັກການກົດໝາຍລະຫວ່າງຊາດ ແລະ ຫຼັກການພື້ນຖານຂອງການພົວພັນສາກົນຢ່າງໜັກໜ່ວງ, ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້ ທັງໄດ້ຕໍ່ວ່າທັກທ້ວງກັບຝ່າຍອາເມຣິກາຢ່າງເຄັ່ງຂຶມ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊີວິດໃໝ່ຂອງຊາວສວນຊາຢູ່ປ່າຝົນ

ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ

ປາacipenser sinensis ຣຸ່ນທີ 2 ຈຳນວນ 200.000 ກວ່າໂຕຖືກປ່ອຍຄືນແມ່ນ້ຳຢັງຊີກຽງ

ທາງລົດໄຟຈີນ-ລາວສ້າງພະລັງຂັບເຄື່ອນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງຂອງຈີນ ແລະ ລາວ ກໍຄືຂອງພາກພື້ນ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn