ພາສາລາວ

ກຳລັງຕິດຕັ້ງໄຟຟ້າພະລັງງານໃໝ່ຂອງຈີນ ຄາດວ່າຮອດທ້າຍປີນີ້ຈະລື່ນກາຍປະລິມານຜະລິດໄຟຟ້າດ້ວຍຖ່ານຫີນເປັນຄັ້ງທຳອິດ

CRI2024-04-02 10:57:24
Share
Share this with Close
Messenger Pinterest LinkedIn

ຫວ່າງກ່ອນນີ້ບໍ່ດົນ, ໃນກອງປະຊຸມວິເຄາະ ແລະ ຄາດຄະເນສະພາບເສດຖະກິດ ແລະ ການພັດທະນາພະລັງໄຟຟ້າປີ 2024, ສະມາຄົມວິສາຫະກິດໄຟຟ້າຈີນຄາດຄະເນວ່າ, ປີ 2024 ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າທີ່ເປີດນຳໃຊ້ໃໝ່ຈະລື່ນກາຍ 300 ລ້ານກິໂລວັດ. ຮອດທ້າຍປີ 2024, ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານໃໝ່ຈະມີເຖິງປະມານ 1,3 ຕື້ກິໂລວັດ, ເຊິ່ງຈະລື່ນກາຍ ກຳລັງຕິດຕັ້ງຂອງເຄື່ອງຈັກຜະລິດໄຟຟ້າດ້ວຍຖ່ານຫີນເປັນຄັ້ງທຳອິດ, ກວມເອົາຍອດປະລິມານກຳລັງຕິດຕັ້ງໄຟຟ້າເພີ່ມຂຶ້ນເປັນປະມານ 40%.

ໃນໜຶ່ງປີຜ່ານມາ, ການຫັນໄປສູ່ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳຂອງຈີນໄດ້ເລັ່ງລັດໄວຂຶ້ນ. ນັບມາຮອດທ້າຍປີ 2023, ຍອດປະລິມານກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າທົ່ວປະເທດມີເຖິງ 2,92 ຕື້ກິໂລວັດ, ເພີ່ມຂຶ້ນ 13,9% ເມື່ອທຽບໃສ່ປີ 2022. ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານທີ່ບໍ່ແມ່ນປະເພດຟອດຊິວມີເຖິງ 1,57 ຕື້ກິໂລວັດ, ກວມຍອດປະລິມານກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າລື່ນກາຍ 50% ເປັນຄັ້ງທຳອິດ ເຊິ່ງມີເຖິງ 53,9%, ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ປີ 2022.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊີວິດໃໝ່ຂອງຊາວສວນຊາຢູ່ປ່າຝົນ

ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ

ປາacipenser sinensis ຣຸ່ນທີ 2 ຈຳນວນ 200.000 ກວ່າໂຕຖືກປ່ອຍຄືນແມ່ນ້ຳຢັງຊີກຽງ

ທາງລົດໄຟຈີນ-ລາວສ້າງພະລັງຂັບເຄື່ອນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງຂອງຈີນ ແລະ ລາວ ກໍຄືຂອງພາກພື້ນ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn