ພາສາລາວ

ມາດຕະການຂອງອາເມຣິກາເປັນການສ້າງຄວາມບໍ່ແນ່ນອນໃຫ້ແກ່ອຸດສາຫະກຳເຄິ່ງຕົວນຳຂອງໂລກ

CRI2024-04-01 11:22:35
Share
Share this with Close
Messenger Pinterest LinkedIn

ວັນທີ 31 ມີນາຜ່ານມານີ້, ໂຄສົກກະຊວງການຄ້າຈີນໄດ້ຕອບຄຳຖາມ ນັກຂ່າວກ່ຽວກັບອາເມຣິກາດັດແກ້ມາດຕະການໃນການຄວບຄຸມການສົ່ງອອກເຄິ່ງຕົວນຳ.

ໂຄສົກທ່ານນີ້ກ່າວວ່າ: ຝ່າຍຈີນໄດ້ໃສ່ໃຈວ່າ ອາເມຣິກາໄດ້ດັດແກ້ມາດຕະການ ໃນການຄວບຄຸມການສົ່ງອອກເຄິ່ງຕົວນຳ. ການດັດແກ້ເທື່ອນີ້ຫ່າງຈາກການອອກມາດ ຕະການດັ່ງກ່າວຂອງອາເມຣິກາຍັງບໍ່ຮອດເຄິ່ງປີ. ແຕ່ວ່າ ວິສາຫະກິດປະເທດຕ່າງໆ ເຊິ່ງລວມທັງວິສາຫະກິດຂອງອາເມຣິກາ ຕ່າງກໍຫວັງໃຫ້ມີສະພາບແວດລ້ອມການດຳ ເນີນທຸລະກິດທີ່ມີຄວາມໝັ້ນທ່ຽງ ແລະ ສາມາດຄາດການໄດ້. ອາເມຣິການຳໃຊ້ ບັນຫາຄວາມໝັ້ນຄົງແຫ່ງຊາດເປັນຂໍ້ອ້າງຕາມລຳພັງ, ປ່ຽນແປງກະຕິກາທີ່ກ່ຽວຂ້ອງ ຕາມລຳພັງ, ເພີ່ມທະວີໃນການນຳໃຊ້ມາດຕະການຄວບຄຸມ ເຊິ່ງບໍ່ພຽງແຕ່ໄດ້ສ້າງສິ່ງ ທີ່ເປັນອຸປະສັກຫຼາຍກວ່າເກົ່າ ແລະ ເພີ່ມຄວາມແບກຫາບພາຍໃຕ້ກະຕິກາທີ່ ໜັກໜ່ວງກວ່າເກົ່າ ໃຫ້ແກ່ການຮ່ວມມືປົກກະຕິດ້ານເສດຖະກິດການຄ້າລະຫວ່າງວິສາ ຫະກິດຂອງຈີນ-ອາເມຣິກາເທົ່ານັ້ນ, ແຕ່ຍັງໄດ້ສ້າງຄວາມບໍ່ແນ່ນອນອັນໃຫຍ່ຫຼວງໃຫ້ ແກ່ອຸດສາຫະກຳເຄິ່ງຕົວນຳຂອງໂລກອີກດ້ວຍ. ມາດຕະການຂອງອາເມຣິກາ ໄດ້ສ້າງຜົນກະທົບອັນໜັກໜ່ວງໃຫ້ແກ່ວິສາຫະກິດຈີນ ແລະ ຕ່າງປະເທດ ໃນການດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ໄດ້ທຳລາຍສິດ ແລະ ຜົນປະໂຫຍດອັນເປັນທຳ ແລະ ຊອບດ້ວຍກົດໝາຍຂອງວິສາຫະກິດຈີນ ແລະ ຕ່າງປະເທດ. ຈີນສະແດງຄວາມຄັດຄ້ານຢ່າງເດັດດ່ຽວຕໍ່ການກະທຳຂອງອາເມຣິກາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊີວິດໃໝ່ຂອງຊາວສວນຊາຢູ່ປ່າຝົນ

ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ

123全文 3 下一页

Share this story on

Messenger Pinterest LinkedIn