ພາສາລາວ

PMI ໃນດ້ານຂະແໜງການຜະລິດຂອງຈີນໃນເດືອນມີນາໄດ້ເຕີບໂຕຢ່າງຊັດເຈນ

cri2024-03-31 17:06:21
Share
Share this with Close
Messenger Pinterest LinkedIn

ວັນທີ 31 ມີນານີ້, ສະຫະພັນການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນ ແລະ ສູນສຳຫຼວດຂະແໜງການບໍລິການອົງການສະຖິຕິແຫ່ງຊາດຈີນໄດ້ປະກາດດັດຊະນີຜູ້ຈັດການຈັດຊື້ ຫຼື PMI ຂອງຈີນໃນເດືອນມີນາ.

ໃນເດືອນມີນານີ້, PMI ໃນດ້ານຂະແໜງການຜະລິດຂອງຈີນແມ່ນ 50,8%, ໂດຍໄດ້ກັບຄືນສູ່ຂອບເຂດເຕີບໂຕພາຍຫຼັງຕ່ຳກວ່າ 50% ເປັນເວລາ 5 ເດືອນລຽນຕິດ. ວິສາຫະກິດ ແລະ ໂຮງງານຢູ່ແຫ່ງຕ່າງໆຂອງຈີນໄດ້ຟື້ນຟູວຽກງານໃນເດືອນມີນານີ້, ເຊິ່ງໄດ້ເຮັດໃຫ້ຄວາມຮຽກຮ້ອງຕ້ອງການ ແລະ ການຕອບສະໜອງດ້ານອຸປະກອນທີ່ກ່ຽວຂ້ອງ ເພີ່ມຂຶ້ນ ແລະ ຊຸກຍູ້ການເຕີບໂຕຂອງຂະແໜງການຜະລິດ.

ໃນການສຳຫຼວດ 21 ຂະແໜງການໃນຄັ້ງນີ້, ມີ 15 ຂະແໜງການແມ່ນຢູ່ໃນຂອບເຂດເຕີບໂຕ. ໃນນັ້ນ, ດັດຊະນີຜູ້ຈັດການຈັດຊື້ໃນດ້ານຂະແໜງການຜະລິດເຕັກນິກສູງແມ່ນ 53,9% ເຊິ່ງແມ່ນລະດັບສູງສຸດອັນໃໝ່ຫຼັງຈາກເດືອນມັງກອນ 2022 ເປັນຕົ້ນມາ.

ດັດຊະນີຜູ້ຈັດການຈັດຊື້ແມ່ນດັດຊະນີທີ່ຕິດຕາມກວດກາ ແລະ ຕັກເຕືອນເສດຖະກິດມະຫາພາກທີ່ນຳໃຊ້ໃນສາກົນໂດຍທົ່ວໄປ, ຕາມປົກກະຕິ, 50% ແມ່ນຕົວເລກສະພາບເສດຖະກິດໃນລະດັບກາງ, ສູງກວ່າ 50% ກໍສະແດງໃຫ້ເຫັນວ່າເສດຖະກິດເຕີບໂຕ, ຕ່ຳກວ່າ 50% ກໍສະແດງໃຫ້ເຫັນວ່າເສດຖະກິດຫຼຸດລົງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊີວິດໃໝ່ຂອງຊາວສວນຊາຢູ່ປ່າຝົນ

ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ

ປາacipenser sinensis ຣຸ່ນທີ 2 ຈຳນວນ 200.000 ກວ່າໂຕຖືກປ່ອຍຄືນແມ່ນ້ຳຢັງຊີກຽງ

ທາງລົດໄຟຈີນ-ລາວສ້າງພະລັງຂັບເຄື່ອນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງຂອງຈີນ ແລະ ລາວ ກໍຄືຂອງພາກພື້ນ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn