ພາສາລາວ

ຈັດກອງປະຊຸມກົນໄກການສົນທະນາກ່ຽວກັບການແລກປ່ຽນດ້ານວັດທະນະທຳລະດັບສູງລະຫວ່າງຈີນ-ເອີຣົບຄັ້ງທີ 6

cri2024-03-30 17:13:37
Share
Share this with Close
Messenger Pinterest LinkedIn

ກອງປະຊຸມກົນໄກການສົນທະນາກ່ຽວກັບການແລກປ່ຽນດ້ານວັດທະນະທຳລະດັບສູງລະຫວ່າງຈີນ-ເອີຣົບຄັ້ງທີ 6 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 29 ມີນານີ້ ໂດຍມີທ່ານນາງ ເຊີ້ນຢີຊິນ ທີ່ເປິກສາແຫ່ງລັດຈີນ ແລະທ່ານນາງ ອິລຽນນາ ອິວັນໂນວາ ກຳມະການທີ່ຮັບຜິດຊອບການປະດິດສ້າງໃໝ່,ການຄົ້ນຄວ້າ,ວັດທະນະທຳ,ການສຶກສາແລະວຽກງານຊາວໜຸ່ມຂອງຄະນະກຳມະການສະຫະພາບເອີຣົບໄດ້ເຂົ້າຮ່ວມ.

ທ່ານນາງ ເຊີ້ນຢີຊິນ ຊີ້ໃຫ້ເຫັນວ່າ: ສອງຝ່າຍຄວນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳຂອງສອງຝ່າຍໃຫ້ດີ,ເສີມຂະຫຍາຍບົດບາດຊີ້ນຳນຳພາຂອງກົນໄກການສົນທະນາລະດັບສູງຢ່າງເຕັມສ່ວນ,ເພື່ອເພີ່ມແຮງຂັບເຄື່ອນແລະພະລັງຊີວິດໃໝ່ເຂົ້າໃນການຂະຫຍາຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ເອີຣົບ.

ທ່ານນາງ ອິລຽນນາ ອິວັນໂນວາ ເຫັນວ່າກອງປະຊຸມຄັ້ງນີ້ເປັນການເລີ່ມຕົ້ນໃໝ່ຂອງການແລກປ່ຽນແລະຮ່ວມມືດ້ານວັດທະນະທຳລະຫວ່າງເອີຣົບ-ຈີນແລະກ່າວວ່າຝ່າຍເອີຣົບຍິນດີຮ່ວມກັບຝ່າຍຈີນທຳຄວາມພະຍາຍາມ ຮ່ວມກັນຊຸກຍູ້ການແລກປ່ຽນດ້ານວັດທະນະທຳແລະການຮ່ວມມືທີ່ແທ້ຈິງລະຫວ່າງເອີຣົບ-ຈີນໃຫ້ໄດ້ຮັບປະສິດທິຜົນໃໝ່ຢ່າງບໍ່ຢຸດຢັ້ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ

ປາacipenser sinensis ຣຸ່ນທີ 2 ຈຳນວນ 200.000 ກວ່າໂຕຖືກປ່ອຍຄືນແມ່ນ້ຳຢັງຊີກຽງ

123全文 3 下一页

Share this story on

Messenger Pinterest LinkedIn