ພາສາລາວ

ທ່ານສີຈິ້ນຜິງ ແລະປະທານາທິບໍດີກາຊັກສະຖານໄດ້ສົ່ງສານຊົມເຊີຍໄປຍັງພິທີເປີດ “ປີທ່ອງທ່ຽວກາຊັກສະຖານ” ຂອງຈີນ

cri2024-03-30 15:12:29
Share
Share this with Close
Messenger Pinterest LinkedIn

ວັນທີ 29 ມີນານີ້, “ປີທ່ອງທ່ຽວກາຊັກສະຖານ” ຂອງຈີນປີ 2024 ໄດ້ເປີດສາກຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະທ່ານກະຊິມໂຈມາດ ໂຕຄາເອັຟ ປະທານາທິບໍດີກາຊັກສະຖານຕ່າງໄດ້ສົ່ງສານຊົມເຊີຍໄປຍັງພິທີເປີດ “ປີທ່ອງທ່ຽວກາຊັກສະຖານ” ຂອງຈີນປີ 2024.

ເນື້ອໃນສານຂອງທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ໃນ 10 ກວ່າປີຜ່ານມາ, ສອງປະເທດໄດ້ຖືການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນວຽກງານຈຸດສຸມ, ແລະໄດ້ຮັບໝາກຜົນຢ່າງຫຼວງຫຼາຍໃນການຮ່ວມມືຂົງເຂດຕ່າງໆ ເຊິ່ງໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ. ຫວັງວ່າສອງປະເທດຈົ່ງຖືປີທ່ອງທ່ຽວເປັນໂອກາດທີ່ດີ, ຮ່ວມມືສ້າງ “30 ປີທອງຄຳ” ອັນໃໝ່ແຫ່ງການພົວພັນຈີນ-ກາຊັກສະຖານ, ປະກອບສ່ວນອັນໃໝ່ເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ກາຊັກສະຖານ.

ເນື້ອໃນສານຂອງທ່ານໂຕຄາເອັຟໄດ້ລະບຸວ່າ: ກາຊັກສະຖານຈະຈັດກິດຈະກຳຕ່າງໆກ່ຽວກັບປີທ່ອງທ່ຽວ, ເພື່ອເພີ່ມພະລັງແຮງໃໝ່ທີ່ເຂັ້ມແຂງເຂົ້າໃນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານແບບຖາວອນລະຫວ່າງສອງປະເທດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ

ປາacipenser sinensis ຣຸ່ນທີ 2 ຈຳນວນ 200.000 ກວ່າໂຕຖືກປ່ອຍຄືນແມ່ນ້ຳຢັງຊີກຽງ

ຄະນະຈັດຕັ້ງງານກິລາໂອລິມປິກປາຣີຮ່ວມກັບໄປສະນີແຫ່ງຊາດຝຣັ່ງປະກາດສະແຕມຝ່າຍທາງການຂອງງານກິລາໂອລິມປິກ

ທາງລົດໄຟຈີນ-ລາວສ້າງພະລັງຂັບເຄື່ອນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງຂອງຈີນ ແລະ ລາວ ກໍຄືຂອງພາກພື້ນ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn