ພາສາລາວ

ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງທ່ານບາສິຣູ ດີໂອມາເຢ ຟາເຢທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີເຊເນການ

CRI2024-03-30 13:09:09
Share
Share this with Close
Messenger Pinterest LinkedIn

ວັນທີ 28 ມີນານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງທ່ານບາສິຣູ ດີໂອມາເຢ ຟາເຢ, ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຂອງເຊເນການ.

ເນື້ອໃນສານຂອງທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: ນັບແຕ່ຈີນໄດ້ສ້າງຕັ້ງສາຍພົວພັນທາງການທູດກັບເຊເນການເປັນຕົ້ນມາ, ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ, ການຮ່ວມມືຢ່າງຕິດແທດຕົວຈິງໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ, ສອງປະເທດໄດ້ປະສານງານກັນຢ່າງແໜ້ນແຟ້ນໃນວຽກງານສາກົນ. ໃນຖານະທີ່ເປັນປະເທດປະທານຮ່ວມຂອງເວທີເປິກສາຫາລືການຮ່ວມມືລະຫວ່າງຈີນ-ອາຟຣິກາ, ສອງຝ່າຍຈະຈັດກອງປະຊຸມສຸດຍອດເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາຮ່ວມກັນຢູ່ຈີນໃນປີ 2024 ນີ້. ຂ້າພະເຈົ້າເອົາໃຈໃສ່ໃນລະດັບສູງຕໍ່ການພັດທະນາດ້ານການພົວພັນລະຫວ່າງຈີນ-ເຊເນການ, ຍິນດີພະຍາຍາມຮ່ວມກັນກັບທ່ານຟາເຢທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຂອງເຊເນການ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ເຊເນການ, ກໍຄືຈີນ-ອາຟຣິກາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຝ່າຍຢ່າງດີກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ

ປາacipenser sinensis ຣຸ່ນທີ 2 ຈຳນວນ 200.000 ກວ່າໂຕຖືກປ່ອຍຄືນແມ່ນ້ຳຢັງຊີກຽງ

ຄະນະຈັດຕັ້ງງານກິລາໂອລິມປິກປາຣີຮ່ວມກັບໄປສະນີແຫ່ງຊາດຝຣັ່ງປະກາດສະແຕມຝ່າຍທາງການຂອງງານກິລາໂອລິມປິກ

ທາງລົດໄຟຈີນ-ລາວສ້າງພະລັງຂັບເຄື່ອນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງຂອງຈີນ ແລະ ລາວ ກໍຄືຂອງພາກພື້ນ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn