ພາສາລາວ

ເປັນຫຍັງຜູ້ຕາງໜ້າອາເມຣິກາກ່າວວ່າ “ກັບດັກຕູຊີດີເດັສ”ບໍ່ແມ່ນສິ່ງທີ່ຈະເກີດຂຶ້ນແນ່ນອນ

CRI2024-03-29 16:19:02
Share
Share this with Close
Messenger Pinterest LinkedIn

ວັນທີ 27 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບຜູ້ຕາງໜ້າວົງການອຸດສາຫະກຳການຄ້າ ແລະ ວົງການວິຊາການຍຸດທະສາດອາເມຣິກາຢູ່ນະຄອນຫຼວງປັກກິ່ງ, ເຮັດໃຫ້ຊາວໂລກສົນໃຈນຳຢ່າງກວ້າງຂວາງ. ຜູ້ຕາງໜ້າຝ່າຍອາເມຣິກາກ່າວວ່າ, “ກັບດັກຕູຊີດີເດັສ(Thucydides)'”ບໍ່ແມ່ນສິ່ງທີ່ຈະເກີດຂຶ້ນແນ່ນອນ.

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໜຶ່ງໃນຜູ້ຕາງໜ້າອາເມຣິກາທີ່ເຂົ້າຮ່ວມການພົບປະແມ່ນທ່ານກຣາຮາມ ອັນລິຊັນ Graham Allison ຜູ້ສ້າງຕັ້ງວິທະຍາໄລເຄັນນີດີມະຫາວິທະຍາໄລຮາເວີດທັງເປັນຜູ້ສະເໜີມະໂນພາບ “ກັບດັກຕູຊີດີເດັສ”. ປີ 2012, ທ່ານກຣາຮາມ ອັນລິຊັນໄດ້ຍົກເອົາຄຳບັນລະຍາຍຂອງ ທ່ານຕູຊີດີເດັສ ນັກຄົ້ນຄວ້າປະຫວັດສາດເກຣັກບູຮານກ່ຽວກັບສົງຄາມເປໂລປອນເນຊຽນ (Peloponnesian War), ໂດຍເປີດເຜີຍຄວາມອາດເປັນໄປໄດ້ທີ່ປະເທດຈະເລີນໃໝ່ ຈະເກີດການປະທະກັນຢ່າງຮ້າຍແຮງ ຈົນກະທັ້ງເຖິງຂັ້ນເຮັດສົງຄາມກັບປະເທດໃຫຍ່ທີ່ມີຢູ່ແລ້ວ. ໃນຊຸມປີຜ່ານມານີ້, ຄຽງຄູ່ກັບອາເມຣິກາຖືເອົາຈີນເປັນຄູ່ແຂ່ງດ້ານຍຸດທະສາດຕົ້ນຕໍ, ນັກຄົ້ນຄວ້າຫຼາຍຄົນໄດ້ຍົກເອົາຄຳສັບທີ່ວ່າ “ກັບດັກຕູຊີດີເດັສ” ເພື່ອສະແດງຄວາມເປັນຫ່ວງຕໍ່ສາຍພົວພັນຈີນ-ອາເມຣິກາ.

ຜົນສຳເລັດຂອງຈີນ ແລະ ອາເມຣິກາລ້ວນແຕ່ເປັນໂອກາດເຊິ່ງກັນ ແລະ ກັນ, ເຊິ່ງເຫດຜົນດັ່ງກ່າວໄດ້ຖືກຢືນຢັນດ້ວຍຄວາມຈິງ ແລະ ຂໍ້ມູນມາຫຼາຍເທື່ອແລ້ວ. ນັບແຕ່ຈີນ ແລະ ອາເມຣິກາສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ການຄ້າລະຫວ່າງສອງປະເທດໄດ້ເພີ່ມຂຶ້ນ 200 ກວ່າເທົ່າ; ປີ 2023 ຍອດມູນຄ່າການຄ້າລະຫວ່າງສອງຝ່າຍມີເຖິງ 4.700 ຕື້ຢວນ; ປັດຈຸບັນວິສາຫະກິດອາເມຣິກາຫຼາຍກວ່າ 7 ໝື່ນແຫ່ງລົງທຶນສ້າງທຸລະກິດຢູ່ຈີນ, ມີຜົນກຳໄລ ຫຼາຍກວ່າ 50 ຕື້ໂດລາຕໍ່ປີ, ກໍໄດ້ເພີ່ມຄວາມມີຊີວິດຊີວາຕໍ່ເສດຖະກິດຂອງຈີນ; ການຄ້າຈີນ-ອາເມຣິກາໄດ້ສະໜອງໂອກາດວຽກເຮັດງານທຳ 2,6 ລ້ານກວ່າຕຳແໜ່ງຢູ່ພາຍໃນປະເທດອາເມຣິກາ. ສາມາດເຫັນໄດ້ວ່າ, ທາດແທ້ຂອງການພົວພັນເສດຖະກິດການຄ້າຈີນ-ອາເມຣິກາແມ່ນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນການພົບປະຄັ້ງນີ້, ທ່ານສີຈິ້ນຜິງໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ວິສາຫະກິດອາເມຣິກາ “ສືບຕໍ່ລົງທຶນຢູ່ຈີນ, ດຳເນີນທຸລະກິດຢູ່ຈີນ, ແລະ ໄດ້ຮັບຜົນປະໂຫຍດຢູ່ຈີນ”. ເຊິ່ງໄດ້ເພີ່ມຄວາມໝັ້ນໃຈໃຫ້ແກ່ວິສາຫະກິດອາເມຣິກາທີ່ພັດທະນາຢູ່ຈີນ.

“ກັບດັກຕູຊີດີເດັສ” ບໍ່ແມ່ນສິ່ງທີ່ຈະເກີດຂຶ້ນແນ່ນອນ, ນີ້ໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາດຖະໜາຂອງວົງການອຸດສາຫະກຳການຄ້າ ແລະ ວົງການວິຊາການຍຸດທະສາດອາເມຣິກາທີ່ຢາກໃຫ້ຄະນະກຳອຳນາດຂອງປະເທດຕົນຮັບຮູ້ຈີນຢ່າງຖືກຕ້ອງ. ກໍຄືທ່ານສີຈິ້ນຜິງຊີ້ອອກວ່າ, “ການພົວພັນຈີນ-ອາເມຣິກາບໍ່ສາມາດກັບຄືນສູ່ສະພາບໃນອະດີດ, ແຕ່ສາມາດມີອະນາຄົດທີ່ດີງາມກວ່າເກົ່າ.”

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn