ພາສາລາວ

ທ່ານສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີໂຮນລັງ

CRI2024-03-27 19:17:11
Share
Share this with Close
Messenger Pinterest LinkedIn

ວັນທີ 27 ມີນານີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ມາກ ລຸຍເດີ ນາຍົກລັດຖະມົນຕີໂຮນລັງທີ່ມາຢ້ຽມຢາມເຮັດວຽກຢູ່ຈີນ.

ທ່ານສີຈິ້ນຜິງ ເນັ້ນໜັກວ່າ: ຈີນຈະຍຶດຖືທັດສະນະຄະຕິທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງຕໍ່ເນື່ອງ, ຮ່ວມກັນຊົມໃຊ້ຜົນປະໂຫຍດການພັດທະນາກັບຝ່າຍຕ່າງໆ. ນະໂຍບາຍຂອງຈີນຕໍ່ເອີຣົບ ໄດ້ຮັກສາຄວາມໜັກແໜ້ນຢ່າງຕໍ່ເນື່ອງ, ຖືເອີຣົບເປັນຂົ້ວໜຶ່ງທີ່ສຳຄັນໃນໂລກທີ່ມີຫຼາຍຂົ້ວ ແລະ ເປັນຄູ່ຮ່ວມມື. ຫວັງວ່າ ໂຮນລັງຈະສືບຕໍ່ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເພື່ອຊຸກຍູ້ຈີນ ກັບ ເອີຣົບເຂົ້າໃຈກັນ ແລະ ຂະຫຍາຍການພົວພັນທີ່ມີລັກສະນະສ້າງສັນ.

ທ່ານມາກ ລຸຍເດີ ກ່າວວ່າ: “ການຕັດຂາດການຕິດຕໍ່ພົວພັນ” ບໍ່ແມ່ນນະໂຍບາຍທີ່ລັດຖະບານໂຮນລັງຈະເລືອກເອົາ, ເພາະວ່າ ການເຄື່ອນໄຫວໃດໆທີ່ສ້າງຜົນຮ້າຍຕໍ່ຜົນປະໂຫຍດການພັດທະນາຂອງຈີນນັ້ນ ກໍ່ຈະສ້າງຜົນຮ້າຍຕໍ່ປະເທດຕົນເຊັ່ນກັນ. ໂຮນລັງຖະນຸຖະໜອມການພົວພັນມິດຕະພາບກັບຈີນ, ຍິນດີລົງເລິກການພົວພັນໝູ່ຄູ່ກັບຈີນຢ່າງຕໍ່ເນື່ອງ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດການຄ້າ ແລະ ການຫຼຸດການລະບາຍກາກບອນເປັນຕົ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈັດງານວາງສະແດງພະລັງງານສະອາດສາກົນຈີນ 2024 ຢູ່ນະຄອນຫຼວງປັກກິ່ງ

ທ່ຽວຊົມດອກສະກຸຣະຢູ່ໜອງຕາເວັນຕົກ

ຊາວກະສິກອນທີ່ດຳລົງຊີວິດໃນເຂດດິນດຳທາງພາກຕາເວັນອອກສຽງເໜືອຂອງຈີນປະກອບສ່ວນເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn