ພາສາລາວ

ທ່ານຫຼີຊຽງເຂົ້າຮ່ວມພິທີໄຂກອງປະຊຸມເວທີເປິກສາຫາລືການພັດທະນາຂອງຈີນປະຈຳປີ 2024

cri2024-03-25 17:31:58
Share
Share this with Close
Messenger Pinterest LinkedIn

ວັນທີ 24 ມີນານີ້, ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີໄຂກອງປະຊຸມເວທີເປິກສາຫາລືການພັດທະນາຂອງຈີນປະຈຳປີ 2024 ແລະ ກ່າວຄຳປາໄສ.

ທ່ານຫຼີຊຽງກ່າວວ່າ: ກອງປະຊຸມຄັ້ງນີ້ມີຫົວຂໍ້ : ປະເທດຈີນທີ່ພັດທະນາແບບຍືນຍົງ, ທັງເປັນການພັນລະນາແບບພາວະວິໄສຕໍ່ສະພາບການພັດທະນາເສດຖະກິດຈີນເປັນເວລາດົນນານມານີ້, ທັງໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມມຸ່ງຫວັງຂອງວົງການຕ່າງໆທີ່ມີຕໍ່ເສດຖະກິດຈີນໄດ້ພັດທະນາຢ່າງໝັ້ນທ່ຽງ, ຍາວໄກ ແລະ ມີຄຸນນະພາບສູງ.

ທ່ານຫຼີຊຽງຊີ້ໃຫ້ເຫັນວ່າ: ປັດຈຸບັນນີ້, ສະພາບແວດລ້ອມສາກົນມີການປ່ຽງແປງອັນເລິກເຊິ່ງ, ການພັດທະນາຂອງເສດຖະກິດໂລກຍັງຜະເຊີນກັບສິ່ງທ້າທາຍທີ່ຂ້ຽວຂາດຫຼາຍປະການ. ຈີນຈະຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງດ້ວຍການກະທຳຕົວຈິງ ແລະ ບັງເກີດຜົນ, ເພີ່ມຄວາມແນ່ນອນ ແລະ ພະລັງແຮງທາງບວກຫຼາຍກວ່າເກົ່າເຂົ້າໃນການຟື້ນຟູເສດຖະກິດໂລກ ແລະ ຊຸກຍູ້ໃຫ້ເສດຖະກິດໂລກພັດທະນາຢ່າງໝັ້ນທ່ຽງ.

ທ່ານຫຼີຊຽງກ່າວຕື່ມວ່າ: ເສດຖະກິດຈີນໃນປັດຈຸບັນນີ້ໄດ້ເຊື່ອມໂຍງກັນກັບເສດຖະກິດໂລກຢ່າງລົງເລິກ. ປະເທດຈີນທີ່ເປີດປະຕູກວ້າງກວ່າເກົ່າຍ່ອມຈະນຳເອົາໂອກາດການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ແກ່ໂລກຫຼາຍກວ່າເກົ່າ, ພວກເຮົາຍິນດີແບ່ງປັນໂອກາດຈາກການພັດທະນາແບບຍືນຍົງຂອງຈີນກັບໂລກ, ຮ່ວມກັບບັນດາຝ່າຍເກາະແຂນກັນສ້າງອະນາຄົດສວຍງາມທີ່ຮ່ວມກັນພັດທະນາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

123全文 3 下一页

Share this story on

Messenger Pinterest LinkedIn