ພາສາລາວ

ການພັດທະນາຂອງເສດຖະກິດຈີນແມ່ນໝາກຜົນຈາກການສຸມຄວາມພະຍາຍາມຢ່າງທໍລະຫົດອົດທົນ

cri2024-03-25 17:36:13
Share
Share this with Close
Messenger Pinterest LinkedIn

ວັນທີ 24 ມີນານີ້, ກອງປະຊຸມເວທີເປິກສາຫາລືການພັດທະນາຂອງຈີນປະຈຳປີ 2024ໄດ້ຈັດກອງປະຊຸມເປິກສາຫາລືເປັນຄັ້ງທຳອິດທີ່ມີຫົວຂໍ້: ພະລັງແຮງຂັບເຄື່ອນ ແລະ ອະນາຄົດຂອງການພັດທະນາແບບຍືນຍົງຂອງຈີນ, ທ່ານອາເຈ ບັນກາ ຜູ້ວ່າການທະນາຄານໂລກໄດ້ກ່າວຄຳປາໄສ ໂດຍກ່າວວ່າ: ເສັ້ນທາງແຫ່ງການພັດທະນາຂອງກຸ່ມເສດຖະກິດທັງໝົດລ້ວນແຕ່ບໍ່ສະດວກສະບາຍ, ຫາກແມ່ນເຕັມໄປດ້ວຍຄວາມລະອິດລະອ້ຽວ ແລະ ຄວາມຜິດພາດ, ແມ່ນການພັດທະນາແບບເທື່ອລະກ້າວ, ແຕ່ວິວັດທະນາການທີ່ບໍ່ທຳມະດາຂອງຈີນໄດ້ຢືນຢັນໃຫ້ເຫັນວ່າ: ທຸກສິ່ງທຸກຢ່າງລ້ວນແຕ່ເປັນໄປໄດ້.

ທ່ານອາເຈ ບັນກາ ກ່າວຕື່ມວ່າ: ຈີນມີການເຕີບໂຕທີ່ປາຈັກຕາຊາວໂລກໃນຫຼາຍສິບປີທີ່ຜ່ານມານີ້, ໄດ້ສ້າງວຽກເຮັດງານທຳຈຳນວນຫຼວງຫຼາຍ, ເຮັດໃຫ້ອັດຕາຄວາມທຸກຍາກຂອງທົ່ວໂລກຫຼຸດຈາກ 44% ລົງເປັນ 9%. ນີ້ໄດ້ຢືນຢັນໃຫ້ເຫັນວ່າ: ການສ້າງວຽກເຮັດງານທຳແມ່ນຊ່ອງທາງບັງເກີດຜົນທີ່ສຸດທີ່ສາມາດລຶບລ້າງຄວາມທຸກຍາກ ແລະ ພັດທະນາໃຫ້ຈະເລີນຮຸງເຮືອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn