ພາສາລາວ

ສຸມຄວາມພະຍາຍາມຮ່ວມກັນ ເພື່ອສິ້ນສຸດການແພ່ລະບາດຂອງວັນນະໂລກ

CRI2024-03-25 16:00:59
Share
Share this with Close
Messenger Pinterest LinkedIn

ຫວ່າງກ່ອນນີ້ບໍ່ດົນ, ທ່ານນາງເຜີງລີ້ຢວນ ທູດໂຄສະນາການປ້ອງກັນແລະ ປິ່ນປົວພະຍາດວັນນະໂລກ ແລະ ພະຍາດເອດຂອງອົງການສະຫະປະຊາຊາດໄດ້ສຳຫຼວດຄົ້ນຄວ້າວຽກງານປ້ອງກັນ ແລະ ປິ່ນປົວພະຍາດວັນນະໂລກຢູ່ຂັ້ນຮາກຖານທີ່ຖະໜົນຕົ້ງຈິງ ເມືອງຢວີຮວ່ານະຄອນຊາງຊ່າແຂວງຫູນານ, ໂດຍຮຽກຮ້ອງໃຫ້ຄົນທັງຫຼາຍມາຮ່ວມເປັນຜູ້ໂຄສະນາ ແລະ ອາສາສະໝັກ, ເພື່ອໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ປິ່ນປົວພະຍາດວັນນະໂລກຢູ່ໃນເຂດຊຸມຊົນ ແລະ ຊາວໜຸ່ມເຍົາວະຊົນໃຫ້ໄດ້ດີກວ່າເກົ່າ.

ວັນທີ 24 ມີນາຂອງທຸກປີແມ່ນວັນປ້ອງກັນ ແລະ ປິ່ນປົວວັນນະໂລກສາກົນ, ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງຊາວໂລກກ່ຽວກັບຜົນກະທົບຈາກວັນນະໂລກທີ່ມີຕໍ່ສຸຂະພາບຂອງຊາວໂລກ, ແລະເສດຖະກິດສັງຄົມ. “ບົດລາຍງານວັນນະໂລກສາກົນ ປີ 2023” ສະບັບຫຼ້າສຸດຂອງອົງການອະນາໄມໂລກ ສະແດງໃຫ້ເຫັນວ່າ, ປີ 2022, ວັນນະໂລກເປັນພະຍາດຕິດແປດປະເພດທີ່ຮ້າຍແຮງເປັນອັນດັບທີ 2 ທີ່ພາໃຫ້ເສຍຊີວິດ, ໃນທົ່ວໂລກມີ 1,3 ລ້ານກວ່າຄົນເສຍຊີວິດຍ້ອນວັນນະໂລກ, ເປັນເກືອບ 2 ເທົ່າຂອງຈຳນວນຜູ້ເສຍຊີວິດຍ້ອນພະຍາດເອດ. ປີ 2022, ຄາດວ່າໃນທົ່ວໂລກມີຜູ້ເປັນວັນນະໂລກ 10,6 ລ້ານຄົນ, ເທົ່າທຽມກັບປີ 2021. ຈີນເປັນປະເທດທີ່ມີການແພ່ລະບາດຂອງວັນນະໂລກໃນລະດັບປານກາງ ແລະ ຕ່ຳ, ອັດຕາການເປັນວັນນະໂລກຢູ່ໃນລະດັບປານກາງ ແລະ ຕ່ຳຂອງໂລກ. ຍ້ອນວ່າຈີນມີປະຊາກອນຈຳນວນມະຫາສານ, ຄວາມແບກຫາບດ້ານການແພ່ລະບາດຂອງພະຍາດໂດຍລວມຢູ່ອັນດັບທີ 3 ຂອງໂລກ.

ແຕ່ໃດໆມາ, ຈີນໄດ້ສ້າງ ແລະ ປັບປຸງກົນໄກເຮັດວຽກທີ່ມີປະສິດທິຜົນໃນການປ້ອງກັນ ແລະ ປິ່ນປົວວັນນະໂລກເທື່ອລະກ້າວ, ນັບມາຮອດປັດຈຸບັນນີ້, ອັດຕາການສ້າງອົງການປ້ອງກັນ ແລະປິ່ນປົວວັນນະໂລກລະດັບເມືອງຂຶ້ນໄປບັນລຸເຖິງ 100%, ເຊິ່ງໄດ້ສ້າງຮູບແບບການບໍລິການແບບໃໝ່ໃນການປ້ອງກັນ ແລະ ປິ່ນປົວວັນນະໂລກ ທີ່ອົງການປ້ອງກັນຄວບຄຸມພະຍາດ, ໂຮງໝໍປິ່ນປົວວັນນະໂລກຕາມກຳນົດ, ແລະອົງການສາທາລະນະສຸກຂັ້ນຮາກຖານເຊື່ອມສານເປັນເອກະພາບກັນ. ເລີ່ມແຕ່ປີ 1992 ເປັນຕົ້ນມາ, ຈີນໄດ້ປະຕິບັດນະໂຍບາຍທີ່ໃຊ້ຢາຕ້ານວັນນະໂລກໂດຍບໍ່ເສຍຄ່າ, ເຊິ່ງໄດ້ຫຼຸດຜ່ອນພາລະຂອງຜູ້ເປັນພະຍາດ, ພ້ອມທັງໄດ້ຍົກສູງປະສິດທິຜົນຂອງການປິ່ນປົວ. ນອກນີ້, ຈີນຍັງໄດ້ຕັ້ງໜ້າສົ່ງເສີມການຊັກວັກຊິນ BCG, ໂດຍສະເພາະໃນລູກອ່ອນທີ່ເກີດໃໝ່, ເພື່ອປ້ອງກັນ ວັນນະໂລກ. ໃນຂະນະດຽວກັນ, ຈີນໄດ້ຮ່ວມມືກັບ ອົງການອະນາໄມໂລກ ແລະ ອົງການຈັດຕັ້ງສາກົນອື່ນໆ, ຮ່ວມກັນຊົມໃຊ້ຂໍ້ມູນ ແລະ ເຕັກໂນໂລຊີຫຼ້າສຸດໃນການປ້ອງກັນ ແລະ ປິ່ນປົວວັນນະໂລກ, ຍົກສູງລະດັບເຊື່ອມໂຍງກັບສາກົນໃນດ້ານການປ້ອງກັນ ແລະ ປິ່ນປົວວັນນະໂລກຂອງຈີນ. ຈີນໄດ້ສະສົມບົດຮຽນຢ່າງຫຼວງຫຼາຍໃນການປ້ອງກັນ ແລະ ປິ່ນປົວວັນນະໂລກ, ໂດຍສະເພາະໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນໃນການປະຕິບັດມາດຕະການDOTS (ການສັງເກດ ແລະ ປິ່ນປົວໂດຍກົງ + ການປິ່ນປົວດ້ວຍເຄມີເປັນຂັ້ນຕອນໄລຍະສັ້ນ). ບົດຮຽນຂອງຈີນໄດ້ຮັບການແບ່ງປັນຢ່າງກວ້າງຂວາງໃນກອງປະຊຸມສາກົນ, ກາຍເປັນບົດຮຽນອ້າງອີງອັນລ້ຳຄ່າໃຫ້ແກ່ປະເທດ ແລະ ເຂດແຄວ້ນອື່ນໆ.

ໂດຍຜ່ານຄວາມພະຍາຍາມຢ່າງບໍ່ລົດລະ, ວຽກງານປ້ອງກັນ ແລະ ປິ່ນປົວ ວັນນະໂລກຂອງຈີນໄດ້ຮັບຜົນງານຢ່າງພົ້ນເດັ່ນ, ການແພ່ລະບາດຂອງວັນນະໂລກມີທ່າອຽງຫຼຸດລົງຢ່າງໝັ້ນທ່ຽງ. ວຽກງານປ້ອງກັນ ແລະ ປິ່ນປົວວັນນະໂລກຂອງຈີນກໍໄດ້ຮັບການຊົມເຊີຍໃນລະດັບສູງຈາກອົງການອະນາໄມໂລກ, ໃນກອງປະຊຸມສຳມະນາວ່າດ້ວຍການສິ້ນສຸດວັນນະໂລກທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານມາຕິນ ໄທເລີ ຜູ້ຕາງໜ້າອົງການອະນາໄມໂລກປະຈຳຈີນກ່າວວ່າ: “ຈີນມີບົດບາດທີ່ສຳຄັນຢ່າງຍິ່ງໃນການກຳຈັດພະຍາດວັນນະໂລກ.”

ຫົວຂໍ້ໂຄສະນາຂອງວັນປ້ອງກັນ ແລະ ປິ່ນປົວວັນນະໂລກສາກົນປີ 2024 ແມ່ນ “ແມ່ນແລ້ວ! ພວກເຮົາສາມາດກຳຈັດວັນນະໂລກໄດ້!” ຫຼັງຈາກຜູ້ນຳປະເທດຕ່າງໆໃຫ້ຄຳໝັ້ນສັນຍາວ່າຈະເລັ່ງລັດຂະບວນການສິ້ນສຸດການແພ່ລະບາດຂອງ ວັນນະໂລກໃນກອງປະຊຸມລະດັບສູງກ່ຽວກັບການປ້ອງກັນ ແລະ ປິ່ນປົວວັນນະໂລກຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດປີ 2023ແລ້ວ, ໃນໂອກາດວັນປ້ອງກັນ ແລະ ປິ່ນປົວວັນນະໂລກສາກົນ ປີ 2024 ໄດ້ວຽນມາເຖິງ, ອົງການອະນາໄມໂລກໄດ້ຮຽກຮ້ອງໃຫ້ໃຊ້ການກະທຳຕົວຈິງໃນທັນທີ, ຮັບປະກັນການບັນລຸຜົນເປັນຈິງຕາມຄຳໝັ້ນສັນຍາໃນການສິ້ນສຸດການແພ່ລະບາດຂອງວັນນະໂລກ. ແມ່ນແລ້ວ, “ວັນນະໂລກສາມາດປ້ອງກັນ ແລະ ປິ່ນປົວໃຫ້ຫາຍໄດ້”. ຢູ່ສູນບໍລິການສາທາລະນະສຸກເຂດຊຸມຊົນຖະໜົນຕົ້ງຈິງ, ທ່ານນາງເຜີງລີ້ຢວນຫວັງວ່າຄົນທັງຫຼາຍຈະສືບຕໍ່ສຸມຄວາມພະຍາຍາມ ຮ່ວມກັນປະກອບສ່ວນເຂົ້າໃນການສິ້ນສຸດການແພ່ລະບາດຂອງວັນນະໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn