ພາສາລາວ

ຈີນສຳເລັດການເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນປີ 2023 ຫຼາຍກວ່າ 80%

cri2024-03-24 13:22:02
Share
Share this with Close
Messenger Pinterest LinkedIn

ອົງການທັນຍາຫານ ແລະ ຄັງສຳຮອງແຫ່ງຊາດຈີນເປີດເຜີຍໃນວັນທີ 22 ມີນານີ້ໃຫ້ຮູ້ວ່າ: ນັບມາຮອດປັດຈຸບັນ, ວຽກງານເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນປີ 2023 ຂອງທົ່ວປະເທດໄດ້ສຳເລັດຫຼາຍກວ່າ 80% ແລ້ວ, ປະລິມານການເກັບຊື້ທັນຍາຫານມີຫຼາຍກວ່າ 170 ລ້ານໂຕນ.

ອີງຕາມການຈັດວາງວຽກງານຂອງອົງການທັນຍາຫານ ແລະ ຄັງສຳຮອງແຫ່ງຊາດຈີນສະແດງໃຫ້ເຫັນວ່າ, ປີ 2023, ຄັງສຳຮອງທັນຍາຫານຢູ່ 30 ແຂວງ ແລະ ເຂດແຄວ້ນຂອງຈີນໄດ້ຈຳໜ່າຍເກັບຊື້ຜ່ານເວທີຊື້ຂາຍທັນຍາຫານແຫ່ງຊາດຫຼາຍກວ່າ 40 ລ້ານໂຕນ, ເພີ່ມຂຶ້ນເກືອບ 3 ລ້ານໂຕນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ທຽບໃສ່ປີ 2021 ເພີ່ມຂຶ້ນ 84%, ລະດັບຕິດຕາມ ແລະ ຄຸ້ມຄອງການຈັດຊື້ ແລະ ຈຳໜ່າຍທັນຍາຫານຢູ່ຄັງສຳຮອງຂອງທ້ອງຖິ່ນໄດ້ເພີ່ມສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ປັດຈຸບັນ, ອົງການທັນຍາຫານ ແລະ ຄັງສຳຮອງແຫ່ງຊາດຈີນພວມຊີ້ນຳຊາວກະສິກອນຂາຍທັນຍາຫັນໃຫ້ແກ່ລັດຖະບານຢ່າງເປັນລະບຽບຮຽບຮ້ອຍ. ຄາດວ່າວຽກງານເກັບຊື້ທັນຍາຫານໃນລະດູໃບໄມ້ຫຼຸ່ນປີ 2023 ຈະສຳເລັດໃນທ້າຍເດືອນເມສາໜ້ານີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn