ພາສາລາວ

ກະຊວງການຕ່າງປະເທດຈີນໃຫ້ທັດສະນະກ່ຽວກັບຟີລິບປິນລຳລຽງສະບຽງແລະວັດສະດຸໄປຫີນໂສໂຄກເຢີນອ້າຍ

cri2024-03-24 12:23:48
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນເມື່ອວັນທີ 23 ມີນານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບເຈົ້າໜ້າທີ່ຕຳຫຼວດຍາມຝັ່ງທະເລຈີນປະຕິບັດມາດຕະການສະກັດກັ້ນບໍ່ໃຫ້ເຮືອຟີລິບປິນລຳລຽງສະບຽງແລະວັດສະດຸໄປຫີນໂສໂຄກເຢີນອ້າຍ.

ໂຄສົກທ່ານນີ້ຢືນຢັນວ່າ: ຝ່າຍຟີລິບປິນບໍ່ເອົາຫົວຊາຕໍ່ການຄັດຄ້ານຢ່າງເດັດດ່ຽວຂອງຝ່າຍຈີນ, ໂດຍຝ່າຝືນຄຳໝັ້ນສັນຍາຂອງຕົນ ແລ້ວສົ່ງເຮືອຍາມຝັ່ງທະເລ2ລຳແລະເຮືອລຳລຽງ1ລຳລ່ວງລ້ຳບຸກເຂົ້າໄປເຂດທະເລໃກ້ຫີນໂສໂຄກເຢີນອ້າຍຂອງຈີນອີກຄັ້ງໜຶ່ງ ເຊິ່ງມີເຈຕະນາລຳລຽງສະບຽງແລະວັດສະດຸແບບຜິດປົກກະຕິໄປໃຫ້ກຳປັ່ນຮົບຂອງຕົນທີ່ຄ້າງຢູ່ຫີນໂສໂຄກຢ່າງຜິດກົດໝາຍ, ເຈົ້າໜ້າທີ່ຕຳຫຼວດຍາມຝັ່ງທະເລຂອງຈີນໄດ້ປະຕິບັດມາດຕະການອັນຈຳເປັນເພື່ອປົກປ້ອງສິດຜົນປະໂຫຍດທາງທະເລ, ເດັດດ່ຽວສະກັດກັ້ນເຮືອຟີລິບປິນ,ໂດຍສາມາດທັບມ້າງກົນອຸບາຍຂອງຟີລິບປິນຢ່າງສຳເລັດຜົນ.

ຝ່າຍຟີລິບປິນຄວນຍຸດຕິການລ່ວງລ້ຳອະທິປະໄຕແລະທ້າທາຍເກາະຜິດໃນທັນທີ, ຫຼີກລ່ຽງການທຳລາຍສັນຕິພາບ ແລະສະຖຽນລະພາບຢູ່ທະເລຈີນໃຕ້. ຖ້າຫາກວ່າ ຝ່າຍຟີລິບປິນຍັງດື້ດ້ານປະຕິບັດຕາມລຳພັງໃຈອີກຕໍ່ໄປ, ຝ່າຍຈີນຈະສືບຕໍ່ນຳໃຊ້ມາດຕະການຢ່າງເດັດດ່ຽວເພື່ອປົກປ້ອງອະທິປະໄຕດ້ານຜືນແຜ່ນດິນແລະສິດຜົນປະໂຫຍດທາງທະເລຂອງປະເທດຕົນ ເຊິ່ງຜົນຮ້າຍທຸກຢ່າງທີ່ເກີດຂຶ້ນຕາມພາຍຫຼັງແມ່ນຝ່າຍຟີລິບປິນຕ້ອງເປັນຜູ້ຮັບຜິດຊອບທັງໝົດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

123全文 3 下一页

Share this story on

Messenger Pinterest LinkedIn