ພາສາລາວ

ເບິ່ງການຄຸ້ມຄອງຂັ້ນຮາກຖານຢູ່ບ້ານຊົນນະບົດແຂວງຫູໜານ

CRI2024-03-23 15:06:23
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 19 ມີນາ2024, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປບ້ານກາງຈົ່ງຜິງຕາແສງເຊ້ເຈ່ຍພູ້ເມືອງຕິງເສີງ ນະຄອນສາງເຕີແຂວງຫູໜານ ໂດຍໄດ້ລົງເລິກສຳຫຼວດກວດເບິ່ງສະພາບກ່ຽວກັບການຍົກສູງປະສິດທິພາບແລະປະສິດທິຜົນດ້ານການຄຸ້ມຄອງຂັ້ນຮາກຖານ.

ບ້ານກາງຈົ່ງຜິງມີກຸ່ມຊາວບ້ານ2ກຸ່ມຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ, ມີ204ຄອບຄົວລວມທັງໝົດ803ຄົນ. ໃນຊຸມປີຜ່ານມານີ້, ບ້ານກາງຈົ່ງຜິງໄດ້ຖອດຖອນຮ່ຳຮຽນແລະໝູນໃຊ້ບົດຮຽນ “ໂຄງການພັນໝື່ນ”(ໂຄງການ “ພັນບ້ານຕົວແບບ,ໝື່ນບ້ານປັບປຸງ”ຂອງແຂວງເຈີ້ຈ່ຽງ), ປະຕິບັດຕາມຮູບແບບ “ນຳພາດ້ວຍການກໍ່ສ້າງພັກ, ຕາແສງແລະບ້ານເປັນຜູ້ນຳໜ້າພາທາງ, ປະຊາຊົນເປັນຫຼັກແຫຼ່ງ, ສະໜັບສະໜູນໂດຍຜູ້ມີຊື່ສຽງແລະມີຄຸນສົມບັດຂອງບ້ານຕົນ, ຄຸ້ມຄອງດ້ວຍສະມາຄົມ” ໂດຍມອບໃຫ້ປະຊາຊົນເປັນຜູ້ໃຫ້ບໍລິການດ້ານການຄຸ້ມຄອງດ້ວຍຕົນເອງ.

ຊຸມປີຜ່ານມານີ້, ຢູ່ພາຍໃນບ້ານໄດ້ບັນລຸເປົ້າໝາຍຕ່າງໆເຊັ່ນ: ປັບປຸງເສັ້ນທາງໃຫ້ເປັນທາງເບຕົງໝົດ, ປັບປຸງຕາຂ່າຍໄຟຟ້າໃຫ້ປົກຄຸມທົ່ວບ້ານ, ອັດຕາການມີນ້ຳປະປາໃຊ້, ມີຫ້ອງນ້ຳທີ່ສະອາດໄດ້ມາດຕະຖານ ແລະອັດຕາບຳບັດຂີ້ເຫຍື້ອມາຈາກຊີວິດປະຈຳວັນລ້ວນແຕ່ໄດ້ບັນລຸເຖິງ100%. ປີ2022,ບ້ານກາງຈົ່ງຜິງໄດ້ຖືກປະກາດເປັນ “ບ້ານຊົນນະບົດທີ່ສວຍງາມຂອງນະຄອນສາງເຕີ”

ການປັບປຸງແກ້ໄຂປາກົດການຫຍໍ້ທໍ້ທີ່ເປັນລັດທິຮູບການ, ຫຼຸດຜ່ອນພາລະໃຫ້ຂັ້ນຮາກຖານ ເປັນວຽກງານທີ່ທ່ານສີຈິ້ນຜິງໃຫ້ຄວາມສຳຄັນເປັນຢ່າງສູງ ເຊິ່ງມີຈຸດປະສົງເພື່ອເຮັດໃຫ້ພະນັກງານຂັ້ນຮາກຖານມີເວລາ ແລະ ແຮງໃຈຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ຫຼາຍກວ່າເກົ່າ.

ກ່ອນບຸນກຸດຈີນປີ2024ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ກຳແພງນະຄອນທຽນສິນ, ເພິ່ນກ່າວວ່າ: ຄະນະນຳແລະພະນັກງານການນຳທຸກຂັ້ນຕ້ອງສ້າງໃຫ້ມີທັດສະນະອັນຖືກຕ້ອງກ່ຽວກັບຜົນງານບໍລິຫານ, ປັບປຸງແກ້ໄຂປາກົດການຫຍໍ້ທໍ້ທີ່ເປັນລັດທິຮູບການຢ່າງຕໍ່ເນື່ອງເພື່ອຫຼຸດຜ່ອນພາລະໃຫ້ຂັ້ນຮາກຖານ, ນຳພາພະນັກງານ-ສະມາຊິກພັກທັງຫຼາຍເຮັດແທ້ທຳຈິງ, ບຸກເບີກກ້າວໄປຂ້າງໜ້າ, ອອກແຮງຢ່າງສຸດຂີດຊຸກຍູ້ການຈັດຕັ້ງປະຕິບັດແຜນນະໂຍບາຍຂອງສູນກາງພັກໃຫ້ເປັນຮູບປະທຳ.

ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຫຼືກອງປະຊຸມສອງສະພາປະຈຳປີ2024ທີ່ຫາກໍສຳເລັດລົງໃນເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ຕ້ອງສືບຕໍ່ປັບປຸງແລະເສີມຂະຫຍາຍທ່ວງທ່າທີ່ເສດຖະກິດຟື້ນຟູດີຂຶ້ນ, ກະຕຸກຊຸກຍູ້ແລະສົ່ງເສີມໃຫ້ທົ່ວສັງຄົມມີຄວາມໝັ້ນໃຈດ້ານການພັດທະນາ, ພະນັກງານ-ສະມາຊິກພັກຕ້ອງມີຄວາມໝັ້ນໃຈຢ່າງເດັດດ່ຽວແລະເຮັດແທ້ທຳຈິງໄປກ່ອນ.

ການຢ້ຽມຢາມແຂວງຫູໜານເທື່ອນີ້, ທ່ານສີຈິ້ນຜິງໄດ້ສົ່ງສັນຍານອັນຊັດເຈນອີກຄັ້ງໜຶ່ງຄື ລົງພື້ນຖານ, ເລັ່ງຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ, ຫຼຸດພາລະ ແລະສົ່ງເສີມການປະຕິບັດຕົວຈິງ.

1234全文 4 下一页

Share this story on

Messenger Pinterest LinkedIn