ພາສາລາວ

ຄວາມໝັ້ນຄົງດ້ານສະບຽງອາຫານຄືສິ່ງສຳຄັນຂອງຊາດ

CRI2024-03-23 12:43:56
Share
Share this with Close
Messenger Pinterest LinkedIn

ເດືອນມີນາ ພໍດີກົງກັບເວລາອັນສຳຄັນແຫ່ງການກະກຽມປູກຝັງໃນລະດູໃບໄມ້ປົ່ງ. ຕອນບ່າຍວັນທີ19 ມີນາ 2024ນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປບ້ານກາງຈົ່ງຜິງຕາແສງເຊ້ເຈ່ຍພູ້ເມືອງຕິງເສີງ ນະຄອນສາງເຕີ ເພື່ອຮັບຮູ້ສະພາບການກະກຽມປູກຝັງໃນຍາມລະດູໄມ້ປົ່ງຂອງບ້ານດັ່ງກ່າວ.

ທ່ານສີຈິ້ນຜິງເນັ້ນໜັກວ່າ, ການເຮັດວຽກກະກຽມປູກຝັງໃຫ້ດີແມ່ນມີຄວາມສຳຄັນທີ່ສຸດຕໍ່ການຮັບປະກັນຜົນເກັບກ່ຽວອັນອຸດົມສົມບູນແລະຄວາມໝັ້ນຄົງດ້ານສະບຽງອາຫານ.

ເດືອນມີນາປີ2020, ໃນເວລາລົງເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ບ້ານຢວີຊຸ່ນເມືອງອ່ານຈີແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ກວດເບິ່ງສະພາບການເຕີບໂຕຂອງພືດພັນທັນຍາຫານ ພ້ອມທັງໂອ້ລົມສົນທະນາກັບຊາວບ້ານແລະສອບຖາມສະພາບການກະກຽມປູກຝັງຍາມລະດູໃບໄມ້ປົ່ງ.

ເດືອນເມສາແລະເດືອນມິຖຸນາປີ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ຫ້ອງທົດລອງແນວພັນພືດຢາໂຈ່ວນະຄອນຊ່ານຢ້າແຂວງໄຫຫຼຳ ແລະຖານການທົດລອງເຕັກນິກໃໝ່ແນວພັນເຂົ້າໃໝ່ ແຂວງເສສວນຕາມລຳດັບໂດຍເນັ້ນໜັກວ່າ: “ນຳໃຊ້ແນວພັນຂອງຈີນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນ” “ສ້າງ ‘ອູ່ເຂົ້າເສສວນ’ ທີ່ມີລະດັບສູງກວ່າເກົ່າໃນຍຸກໃໝ່.”

ບໍ່ວ່າຈະເປັນການຢ້ຽມຢາມຫ້ອງທົດລອງ ຫຼືລົງເຄື່ອນໄຫວເຮັດວຽກຢູ່ຕາມທົ່ງໄຮ່ທົ່ງນາ, ສິ່ງທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍນັ້ນແມ່ນ ຄວາມໝັ້ນຄົງດ້ານສະບຽງອາຫານ ເຊິ່ງເປັນສິ່ງສຳຄັນຂອງຊາດ.

ເດືອນທັນວາປີ2023, ເນື່ອງໃນໂອກາດເປີດກອງປະຊຸມວຽກງານເສດຖະກິດຊົນນະບົດຂັ້ນສູນກາງ, ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳສຳຄັນຕໍ່ວຽກງານກະສິກຳ,ຊົນນະບົດແລະຊາວກະສິກອນໂດຍເນັ້ນໜັກໃຫ້ຈັດຕັ້ງປະຕິບັດລະບຽບການທີ່ພັກ-ລັດມີຄວາມຮັບຜິດຊອບອັນດຽວກັນຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮອບດ້ານ, ຍຶດໝັ້ນເພີ່ມຄວາມເຂັ້ມແຂງໃນການຮັກສາເນື້ອ ທີ່ດິນປູກຝັງໃຫ້ໝັ້ນທ່ຽງແລະເພີ່ມສະມັດຖະພາບສູງໄປຄຽງຄູ່ກັນ.

1234全文 4 下一页

Share this story on

Messenger Pinterest LinkedIn