ພາສາລາວ

ທ່ານສີຈິ້ນຜິງເນັ້ນໜັກໃຫ້ຊຸກຍູ້ເຂດພາກກາງພັດທະນາຈະເລີນກ້າວໜ້າຢ່າງໜັກແໜ້ນບົນຈຸດເລີ່ມຕົ້ນທີ່ສູງກວ່າເກົ່າ

cri2024-03-22 16:02:56
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ20ມີນາ2024, ຢູ່ນະຄອນສາງຊ່າແຂວງຫູໜານ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເປັນປະທານກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ເຂດພາກກາງພັດທະນາຈະເລີນກ້າວໜ້າໃນຍຸກໃໝ່ ພ້ອມທັງກ່າວຄຳປາໄສສຳຄັນໂດຍເນັ້ນໜັກໃຫ້ຊຸກຍູ້ເຂດພາກກາງພັດທະນາຈະເລີນກ້າວໜ້າຢ່າງໜັກແໜ້ນບົນຈຸດເລີ່ມຕົ້ນທີ່ສູງກວ່າເກົ່າ.

ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ຕະຫຼອດໄລຍະ5ປີນັບຕັ້ງແຕ່ຈັດກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ເຂດພາກກາງພັດທະນາຈະເລີນກ້າວໜ້າຄັ້ງຜ່ານມາ, ເສດຖະກິດເຂດພາກກາງໄດ້ພັດທະນາຢ່າງໝັ້ນທ່ຽງໂດຍລວມ, ແຮງຂັບເຄື່ອນການພັດທະນາດ້ວຍການປະດິດສ້າງໄດ້ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ, ການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວແລະກາກບອນຕ່ຳໄດ້ເລັ່ງຄວາມໄວຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກລະດັບສູງຂຶ້ນຢ່າງຕໍ່ເນື່ອງ, ການພັດທະນາເຂດພາກກາງໄດ້ຢືນຢູ່ຈຸດເລີ່ມຕົ້ນທີ່ສູງກວ່າເກົ່າ. ໃນຂະນະດຽວກັນກໍຕ້ອງເຫັນໄດ້ວ່າ ການຊຸກຍູ້ເຂດພາກກາງພັດທະນາຈະເລີນກ້າວໜ້າຍັງຄົງປະເຊີນກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງ, ຕ້ອງສຶກສາຄົ້ນຄວ້າວິທີແກ້ໄຂຢ່າງແທ້ຈິງ.

ທ່ານສີຈິ້ນຜິງເນັ້ນໜັກຕື່ມວ່າ: ຕ້ອງນຳພາການປະດິດສ້າງອຸດສາຫະກຳດ້ວຍການປະດິດສ້າງດ້ານວິທະຍາສາດເຕັກນິກ, ຕັ້ງໜ້າບົ່ມເພາະແລະພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່, ຕ້ອງເພີ່ມທະວີການເຊື່ອມຕໍ່ກັບຍຸດທະສາດການພັດທະນາທີ່ສຳຄັນອື່ນໆເພື່ອເຊື່ອມໂຍງແລະຄ້ຳຊູສະພາບການພັດທະນາອັນໃໝ່, ຕ້ອງປະສານສົມທົບຢ່າງເປັນເອກະພາບກັນຊຸກຍູ້ການປະຕິຮູບຢ່າງເລິກເຊິ່ງແລະການເປີດປະຕູສູ່ພາຍນອກໃນລະດັບສູງ, ສືບຕໍ່ສ້າງຈຸດສູງແຫ່ງການເປີດປະຕູສູ່ພາຍນອກຂອງເຂດໃນແຜ່ນດິນໃຫຍ່ທີ່ມີກຳລັງແຂ່ງຂັນສູງກວ່າເກົ່າ, ຕ້ອງປະສານສົມທົບການຊຸກຍູ້ການອະນຸລັກສິ່ງແວດລ້ອມນິເວດແລະການພັດທະນາຕາມທິດສີຂຽວແລະກາກບອນຕ່ຳຢ່າງກົມກຽວ, ເລັ່ງັສ້າງເຂດພາກກາງທີ່ສວຍງາມ, ຕ້ອງຍຶດໝັ້ນໃຫ້ຕົວເມືອງແລະຊົນນະບົດພັດທະນາແບບເຊື່ອມໂຍງເຂົ້າກັນ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮອບດ້ານຢ່າງໜັກແໜ້ນ, ຕ້ອງຍຶດໝັ້ນເຮັດໃຫ້ການພັດທະນາດ້ວຍຄຸນນະພາບສູງແລະຄວາມປອດໄພໃນລະດັບສູງຊ່ວຍຊູຍູ້ໜູນກັນ, ພະຍາຍາມສູ້ຊົນຍົກສູງຄວາມສາມາດຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະຊັບພະຍາກອນພະລັງງານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

123全文 3 下一页

Share this story on

Messenger Pinterest LinkedIn