ພາສາລາວ

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຍຶດໝັ້ນການປະຕິຮູບ, ປະດິດສ້າງໃໝ່, ສະແຫວງຫາຄວາມຈິງ ແລະປະຕິບັດຕົວຈິງ, ພະຍາຍາມຂຽນບົດຄວາມທັນສະໄໝແບບຈີນຢູ່ແຂວງຫູໜານ

cri2024-03-22 14:58:29
Share
Share this with Close
Messenger Pinterest LinkedIn

ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໄປສຳຫຼວດວຽກງານຢູ່ແຂວງຫູໜານ ແລະກ່າວເນັ້ນໜັກວ່າ: ແຂວງຫູໜານຕ້ອງຍຶດໝັ້ນທີ່ຕັ້ງຍຸດທະສາດຂອງຕົນໃນການສ້າງສະພາບການພັດທະນາອັນໃໝ່, ຍຶດໝັ້ນການສະແຫວງຫາຄວາມຄືບໜ້າໃນຂະນະທີ່ຮັກສາຄວາມໝັ້ນຄົງ, ຍຶດໝັ້ນການພັດທະນາທີ່ມີຄຸນນະພາບສູງຢ່າງບໍ່ຫວັ່ນໄຫວຄອນແຄນ, ຍຶດໝັ້ນການປະຕິຮູບ, ປະດິດສ້າງໃໝ່, ສະແຫວງຫາຄວາມຈິງ ແລະປະຕິບັດຕົວຈິງ, ສືບຕໍ່ອອກແຮງໃນການສ້າງເຂດຈຸດສູງດ້ານການຜະລິດທີ່ກ້າວໜ້າ ແລະສຳຄັນແຫ່ງຊາດ, ເຂດຈຸດສູງດ້ານວິທະຍາສາດເຕັກນິກການປະດິດສ້າງໃໝ່ທີ່ມີກຳລັງແຂ່ງຂັນສູງ ແລະເຂດຈຸດສູງດ້ານການປະຕິຮູບ ແລະເປີດປະຕູສູ່ພາຍນອກໃນເຂດບໍ່ຕິດກັບທະເລຂອງຈີນ, ພະຍາຍາມນຳໜ້າໃນການຊຸກຍູ້ການຂະຫຍາຍຕົວຂອງເຂດພາກກາງ ແລະການພັດທະນາແລວເສດຖະກິດແມ່ນ້ຳຢາງຊີກ້ຽງ, ພະຍາຍາມຂຽນບົດຄວາມທັນສະໄໝແບບຈີນຢູ່ແຂວງຫູໜານ.

1234...全文 5 下一页

Share this story on

Messenger Pinterest LinkedIn