ພາສາລາວ

ຫົວໜ້າໂຮງຮຽນພັກສູນກາງພັກກອມມູນິດຈີນ ພົບປະກັບ ທີ່ເປິກສາແຫ່ງລັດສິງກະໂປ

cri2024-03-22 14:34:18
Share
Share this with Close
Messenger Pinterest LinkedIn

ວັນທີ 21 ມີນານີ້, ທ່ານເຊີນຊີ່ ຫົວໜ້າໂຮງຮຽນພັກສູນກາງພັກກອມມູນິດຈີນ ກໍຄື ສະຖາບັນການເມືອງການປົກຄອງແຫ່ງລັດຈີນ ໄດ້ພົບປະກັບທ່ານເທວຈີຮີນ ທີ່ເປິກສາແຫ່ງລັດສິງກະໂປ ທັງເປັນລັດຖະມົນຕີກະຊວງປະສານງານດ້ານຄວາມໝັ້ນຄົງສິງກະໂປ.

ທ່ານເຊີນຊີ່ກ່າວວ່າ, ປີກາຍນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ກັບທ່ານຫຼີຊຽນລົງ ນາຍົກລັດຖະມົນຕີສິງກະໂປໄດ້ຮ່ວມກັນປະກາດ ຍົກລະດັບການພົວພັນຈີນ-ສິງກະໂປຂຶ້ນເປັນການພົວພັນຄູ່ຮ່ວມທີ່ເບິ່ງກວ້າງເຫັນໄກຢ່າງຮອບດ້ານແລະມີຄຸນນະພາບສູງ. ຫວັງວ່າສອງຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນແລະການຖອດຖອນບົດຮຽນໃນດ້ານການປົກຄອງປະເທດບໍລິການການເມືອງແລະຝຶກອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານການນຳພາ, ຊຸກຍູ້ໃຫ້ການພົວພັນຈີນ-ສິງກະໂປໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.

ທ່ານເທວຈີຮີນ ກ່າວວ່າ, ຫວັງວ່າສອງຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນໃນດ້ານການສ້າງກຳລັງຫຼັກແຫຼ່ງ, ຊຸກຍູ້ໃຫ້ການພົວພັນທີ່ໃກ້ຊິດລະຫວ່າງສອງຝ່າຍຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

123全文 3 下一页

Share this story on

Messenger Pinterest LinkedIn