ພາສາລາວ

ກະຊວງການຕ່າງປະເທດຈີນ: ບັນຫາຊາຍແດນລະຫວ່າງຈີນ-ອິນເດຍແມ່ນເລື່ອງຂອງຈີນ-ແລະອິນເດຍ ບໍ່ກ່ຽວຂ້ອງກັບອາເມຣິກາ

CRI2024-03-22 14:32:04
Share
Share this with Close
Messenger Pinterest LinkedIn

ວັນທີ 21 ມີນານີ້, ທ່ານລີນຈ້ຽນ, ໂຄສົົກກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາຕອບໂຕ້ຖ້ອຍຄຳຂອງໂຄສົກກະຊວງການຕ່າງປະເທດອາເມຣິກາກ່ຽວກັບບັນຫາຊາຍແດນລະຫວ່າງຈີນ-ອິນເດຍວ່າ: ບັນຫາຊາຍແດນລະຫວ່າງຈີນ-ອິນເດຍແມ່ນເລື່ອງຈີນແລະອິນເດຍສອງປະເທດ ບໍ່ກ່ຽວຂ້ອງກັບອາເມຣິກາ.

ທ່ານລີນຈ້ຽນກ່າວວ່າ: ຈີນສະແດງຄວາມບໍ່ພໍໃຈແລະເດັດດ່ຽວຄັດຄ້ານຢ່າງຮຸນແຮງກ່ຽວກັບເລື່ອງນີ້. ເສັ້ນຊາຍແດນລະຫວ່າງຈີນ-ອິນເດຍຍັງບໍ່ທັນກຳນົດເທື່ອ, ທິດໃຕ້ຂອງຕິເບດແມ່ນຜືນແຜ່ນດິນຂອງຈີນມາແຕ່ໃດໆ, ຄວາມຈິງພື້ນຖານນີີ້ແມ່ນບໍ່ສາມາດປະຕິເສດໄດ້. ບັນຫາຊາຍແດນລະຫວ່າງຈີນ-ອິນເດຍແມ່ນເລື່ອງ ຈີນແລະອິນເດຍສອງປະເທດ ບໍ່ກ່ຽວຂ້ອງກັບອາເມຣິກາ. ເປັນທີ່ຮັບຮູ້ໂດຍທົ່ວໄປແລ້ວວ່າ: ອາເມຣິກາໄດ້ປຸກປັ່ນດ້ວຍທຸກວິທີມາໂດຍຕະຫຼອດ,ນຳໃຊ້ຂໍ້ຂັດແຍ້ງຂອງປະເທດອື່ນ, ເພື່ອສ້າງຜົນປະໂຫຍດໃຫ້ແກ່ຕົນເອງດ້ານພູມສາດການເມືອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

123全文 3 下一页

Share this story on

Messenger Pinterest LinkedIn