ພາສາລາວ

ຈີນຮຽກຮ້ອງໃຫ້ສອງຝ່າຍທີ່ປະທະກັນຢູ່ຊູດັງບັນລຸການຢຸດຍິງໃນເດືອນຖືສິນອົດໂດຍໄວ

cri2024-03-21 15:21:57
Share
Share this with Close
Messenger Pinterest LinkedIn

ວັນທີ 20 ມີນານີ້, ທ່ານ ໄຕ້ປິ່ງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ສອງຝ່າຍທີ່ປະທະກັນຢູ່ຊູດັງຈັດຕັ້ງປະຕິບັດຄວາມຮຽກຮ້ອງຕ້ອງການຕາມມະຕິເລກ 2724 ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ,ບັນລຸການຢຸດຍິງໃນເດືອນຖືສິນອົດຫຼືຣາມາດານໂດຍໄວ, ອອກແຮງສຸດຂີດເພື່ອຫຼີກເວັ້ນບໍ່ໃຫ້ມີຜູ້ເສຍຊີວິດແລະບາດເຈັບ,ປ້ອງກັນບໍ່ໃຫ້ການປະທະກັນແຜ່ລາມອອກໄປຮອດປະເທດໃກ້ຄຽງຕື່ມອີກ.

ທ່ານ ໄຕ້ປິ່ງ ກ່າວໃນກອງປະຊຸມເປີດເຜີຍກ່ຽວກັບບັນຫາສະບຽງອາຫານຢູ່ຊູດັງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ: ການປະທະກັນຢູ່ຊູດັງໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ,ສະພາບການດ້ານມະນຸດສະທຳໄດ້ມີຄວາມຮ້າຍແຮງຂຶ້ນຢ່າງບໍ່ຢຸດຢັ້ງ, ຈຳນວນ 18 ລ້ານຄົນຕົກຢູ່ໃນສະພາບຄວາມອຶດຫິວ, ຢູ່ເຂດຈຳນວນບໍ່ໜ້ອຍໄດ້ເກີດບັນຫາຄວາມໝັ້ນຄົງດ້ານສະບຽງອາຫານຢ່າງພົ້ນເດັ່ນ. ປະຊາຄົມໂລກໂດຍສະເພາະແມ່ນຝ່າຍໃຫ້ຄວາມຊ່ວຍເຫຼືອດັ້ງເດີມຄວນໃຊ້ການກະທຳທີ່ມີຄວາມຮັບຜິດຊອບ,ເພີ່ມທະວີການຊ່ວຍເຫຼືອດ້ານທຶນຮອນແລະສະບຽງອາຫານ,ພະຍາຍາມຜ່ອນຄາຍຜົນກະທົບຈາກການປະທະກັນທີ່ມີຕໍ່ຊີວິດການເປັນຢູ່ຂອງປະຊາຊົນ,ເພື່ອຫຼີກເວັ້ນບໍ່ໃຫ້ເກີດໄພພິບັດດ້ານມະນຸດສະທຳທີ່ໃຫຍ່ຫຼວງກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

123全文 3 下一页

Share this story on

Messenger Pinterest LinkedIn