ພາສາລາວ

ກະຊວງການຕ່າງປະເທດຈີນເດັດດ່ຽວຄັດຄ້ານ ແລະຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ ຖ້ອຍຄວາມກ່ຽວກັບຈີນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ ຂອງເຈົ້າໜ້າທີ່ອາເມຣິກາ

cri2024-03-21 15:20:25
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມຖະແຫຼງຂ່າວປະຈຳທີ່ຈັດຂຶ້ນເມື່ອວັນທີ 20 ມີນານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຕອບໂຕ້ຖ້ອຍຄວາມກ່ຽວກັບຈີນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ ຂອງທ່ານອັນໂທນີ ບລີນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ, ໂດຍກ່າວວ່າ: ຈີນມີຄວາມບໍ່ພໍໃຈທີ່ສຸດແລະເດັດດ່ຽວຄັດຄ້ານຕໍ່ຖ້ອຍຄວາມຂອງທ່ານ ພ້ອມທັງໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ຝ່າຍອາເມຣິກາ.

ຂ່າວແຈ້ງໃຫ້ຮູ້ວ່າ, ວັນທີ 18 ມີນານີ້, ໃນກອງປະຊຸມສຸດຍອດປະຊາທິປະໄຕຄັ້ງທີ 3 ທີ່ຈັດຂຶ້ນຢູ່ນະຄອນຫຼວງເຊອູນຂອງສາທາລະນະລັດເກົາຫຼີ, ທ່ານອັນໂທນີ ບລີນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວວ່າ: ກະຊວງການຕ່າງປະເທດອາເມຣິກາໄດ້ປະກາດບົດລາຍງານໃນປີກາຍນີ້, ເຊິ່ງໄດ້ເປີດເຜີຍວິທີຂອງລັດຖະບານຈີນທີ່ໄດ້ໃຊ້ເງິນຫຼາຍຕື້ໂດລາ ດຳເນີນການໂຄສະນາ, ບິດເບືອນສະພາບແວດລ້ອມດ້ານຂໍ້ມູນຂ່າວສານຂອງທົ່ວໂລກ, ໂດຍລະບຸວ່າ, ຈີນໄດ້ຊື້ຈ້າງສື່ມວນຊົນທ້ອງຖິ່ນຢູ່ອາຟຣິກາແລະອາຊີຕາເວັນອອກສຽງໃຕ້, ເພື່ອເຜີຍແຜ່ຂ່າວທີ່ເຂົ້າຂ້າງຈີນຢ່າງຫຼວງຫຼາຍ.

ຕໍ່ເລື່ອງນີ້, ທ່ານລີນຈ້ຽນຊີ້ອອກວ່າ, ຖືອັນທີ່ເອີ້ນວ່າ “ກອງປະຊຸມສຸດຍອດກ່ຽວກັບປະຊາທິປະໄຕ” ເພື່ອປ່າວຂ່າວ “ໃຊ້ປະຊາທິປະໄຕຕ້ານກັບອິດທິພົນ”, ແມ່ນຖ້ອຍຄວາມຈອມປອມຢູ່ແລ້ວ, ຕິຕຽນຈີນເຜີຍແຜ່ຂໍ້ມູນປອມ ກໍແມ່ນຂໍ້ມູນປອມນັ້ນເອງ. ອາເມຣິກາແມ່ນແຫຼ່ງແລະຜູ້ເຜີຍແຜ່ຂໍ້ມູນຂ່າວສານປອມໃຫຍ່ທີ່ສຸດຢູ່ໃນໂລກ, ປະຊາຄົມໂລກໄດ້ເຫັນແຈ້ງກ່ຽວກັບເລື່ອງນີ້. ຄຳຂີ້ຕົວະແລະກົນອຸບາຍມີແຕ່ຈະສົ່ງຜົນຮ້າຍຢ້ອນຫຼັງໃສ່ຕົວເອງໃນທີ່ສຸດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

123全文 3 下一页

Share this story on

Messenger Pinterest LinkedIn