ພາສາລາວ

ເພື່ອນມິດມາແຕ່ທາງໄກ! ກິດຈະກຳແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນຈີນ-ອາເມຣິກາຈັດຂຶ້ນຢູ່ປັກກິ່ງ

CRI2024-03-21 11:02:33
Share
Share this with Close
Messenger Pinterest LinkedIn

ກິດຈະກຳແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນຈີນ-ອາເມຣິກາພາຍໃຕ້ຫົວຂໍ້“ມີເພື່ອນມິດມາແຕ່ທາງໄກ”ທີ່ຮ່ວມກັນຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະສະມາຄົມການແລກປ່ຽນລະຫວ່າງນັກຮຽນຊາວໜຸ່ມເຍົາວະຊົນອາເມຣິກາ-ຈີນ ເຊິ່ງເປັນພາກສ່ວນໜຶ່ງຂອງໂຄງການທີ່ໃຫ້ຊາວໜຸ່ມເຍົາວະຊົນອາເມຣິກາ 50.000 ຄົນມາແລກປ່ຽນແລະທັດສະນະສຶກສາຢູ່ຈີນນັ້ນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 18 ມີນານີ້. ທ່ານເສິ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຣົມສູນກາງພັກຄອມມູນິດຈີນ ຫົວໜ້າວິທະຍຸໂທລະພາບສູນກາງຈີນ, ທ່ານຣິຊາດ ມູລີ ເຈົ້າຄອງນະຄອນສະຕຣາຄອນ ລັດວໍຊິງຕັນຂອງອາເມຣິກາໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ ແລະກ່າວຄຳປາໄສ. ຜູ້ຕາງໜ້າຄູແລະນັກຮຽນຈາກໂຮງຮຽນມັດທະຍົມຫຼາຍແຫ່ງຂອງອາເມຣິກາ ເຊັ່ນ: ໂຮງຮຽນມັດທະຍົມລິນຄອນລັດວໍຊິງຕັນອາເມຣິກາ ແລະອື່ນໆ ພ້ອມດ້ວຍຄະນະສິລະປະໂທລະພາບເຍົາວະຊົນຢີນເຮີຂອງ CMG ລວມເກືອບ 100 ຄົນໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້.

ທ່ານເສິ້ນໄຫຊົງກ່າວວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນຊີ້ໃຫ້ເຫັນວ່າ, ພື້ນຖານແຫ່ງການພົວພັນລະຫວ່າງຈີນ-ອາເມຣິກາແມ່ນຢູ່ກັບພົນລະເຮືອນ, ຄວາມຫວັງຢູ່ກັບປະຊາຊົນ, ອະນາຄົດຢູ່ກັບຊາວໜຸ່ມ, ພະລັງຊີວິດຢູ່ກັບທ້ອງຖິ່ນ. ໄວໜຸ່ມເຍົາວະຊົນແມ່ນພາກສ່ວນທີ່ສຳຄັນໃນຊີວິດ, CMG ກໍແມ່ນສື່ມວນຊົນທີ່ເຕັມໄປດ້ວຍພະລັງຊີວິດແຫ່ງໜຶ່ງ. ເພື່ອນມິດທຸກຄົນທີ່ມາເຂົ້າຮ່ວມກິດຈະກຳໃນມື້ນີ້ລ້ວນແຕ່ແມ່ນພື້ນຖານ ຄວາມຫວັງ ອະນາຄົດ ແລະພະລັງຊີວິດຂອງການພົວພັນລະຫວ່າງຈີນ-ອາເມຣິກາ. ໃຫ້ພວກເຮົາຜູກມິດຕະພາບດ້ວຍຄວາມຈິງໃຈ, ຮ່ຳຮຽນ ແລະຖອດຖອນບົດຮຽນນຳກັນ, ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ໃຫ້ສາຍພົວພັນຈີນ-ອາເມຣິກາຂະຫຍາຍຕົວໄປສູ່ອະນາຄົດທີ່ດີງາມກວ່າເກົ່າ!

ທ່ານຣິຊາດ ມູລີກ່າວວ່າ: ຫວັງວ່ານັກຮຽນມັດທະຍົມອາເມຣິກາ 24 ຄົນທີ່ມາຢ້ຽມຢາມຈີນໃນຄັ້ງນີ້ຈະກາຍເປັນທູດຊາວໜຸ່ມທີ່ສົ່ງເສີມມິດຕະພາບລະຫວ່າງອາເມຣິກາ-ຈີນ ໂດຍຜ່ານການສຳຜັດຕົວຈິງແລະຊອກຮູ້ຢູ່ຈີນເປັນເວລາ 10 ກວ່າມື້ໃນຄັ້ງນີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ທ່ານສີຈິ້ນຜິງ: ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ບໍ່ໝາຍຄວາມວ່າຈະເບິ່ງຂ້າມ ແລະ ປະຖິ້ມອຸດສາຫະກຳເກົ່າ

ສຳນວນທີ່ປະທັບໃຈຂອງທ່ານສີຈິ້ນຜິງໃນກອງປະຊຸມສອງສະພາທີ່ຜ່ານມາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn