ພາສາລາວ

ເຄື່ອງຈັກໄຟຟ້ານິວເຄລຍທີ່ກຳລັງຕິດຕັ້ງຂອງຈີນມີ 26 ໜ່ວຍ, ຈຳນວນນີ້ຄອງອັນດັບໜຶ່ງຂອງໂລກ

cri2024-03-20 16:33:23
Share
Share this with Close
Messenger Pinterest LinkedIn

ງານວາງສະແດງອຸດສາຫະກຳນິວເຄລຍສາກົນຈີນປີ 2024 ຈັດຂຶ້ນຢູ່ຫໍວາງສະແດງນະຄອນຫຼວງປັກກິ່ງລະຫວ່າງວັນທີ 19 ຫາ 22 ມີນານີ້. ທ່ານວາງໂຊ້ຈວິ່ນ, ປະທານບໍລິຫານງານຂອງສະມາຄົມວິທະຍາສາດນິວເຄລຍຂອງຈີນ ໄດ້ກ່າວຄຳປາໄສ ໃນພິທີໄຂງານທີ່ຈັດຂຶ້ນໃນວັນທີ 19 ມີນານີ້, ໂດຍຊີ້ອອກວ່າ: “ໃນຖານະເປັນປະເທດທີ່ມີຕ່ອງໂສ້ອຸດສາຫະກຳນິວເຄລຍຢ່າງຄົບຖ້ວນແລະເປັນເຈົ້າຕົນເອງ ທີ່ທົ່ວໂລກມີບໍ່ຫຼາຍນັ້ນ, ຈີນມີເຄື່ອງຈັກໄຟຟ້ານິວເຄລຍທີ່ກຳລັງເຄື່ອນໄຫວຢູ່ 55 ໜ່ວຍ, ຄອງອັນດັບ 3 ຂອງໂລກ, ເຄື່ອງຈັກໄຟຟ້ານິວເຄລຍທີ່ກຳລັງຕິດຕັ້ງມີ 26 ໜ່ວຍ, ຄອງອັນດັບ 1 ຂອງທົ່ວໂລກ. ຈີນໄດ້ອະນຸມັດໃຫ້ຕິດຕັ້ງເຄື່ອງຈັກໄຟຟ້ານິວເຄລຍ 10 ໜ່ວຍຕໍ່ປີໃນປີ 2022 ແລະປີ 2023, ການສ້າງສາທາງດ້ານໄຟຟ້ານິວເຄລຍໄດ້ເຂົ້າສູ່ເສັ້ນທາງພັດທະນາທີ່ມີຄຸນນະພາບສູງ.”

ງານວາງສະແດງຄັ້ງນີ້ມີຫົວຂໍ້ວ່າ: “ສະໜັບສະໜູນໃຫ້ບັນລຸ 2 ເປົ້າໝາຍກ່ຽວກັບການປ່ອຍກາກບອນດີອອກຊິດ, ຮ່ວມກັນຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງຂອງພະລັງງານນິວເຄລຍ”, ວິສາຫະກິດແລະອົງການຄົ້ນຄວ້າວິທະຍາສາດ 110 ກວ່າແຫ່ງທີ່ມາຈາກ 10 ກວ່າປະເທດແລະເຂດແຄວ້ນໄດ້ເຂົ້າຮ່ວມງານວາງສະແດງເທື່ອນີ້, ເນື້ອທີ່ວາງສະແດງມີຫຼາຍກວ່າ 16.000 ຕາແມັດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

123全文 3 下一页

Share this story on

Messenger Pinterest LinkedIn