ພາສາລາວ

ນຳໃຊ້ຊັບພະຍາກອນປະຫວັດສາດການປະຕິວັດໃຫ້ດີ, ສືບທອດມູນເຊື້ອການປະຕິວັດ

cri2024-03-20 14:50:16
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 18 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ລົງສຳຫຼວດກວດກາຢູ່ນະຄອນສາງຊາແຂວງຫູນານ, ເພື່ອຊອກຮູ້ສະພາບການກ່ຽວກັບການນຳໃຊ້ຊັບພະຍາກອນປະຫວັດສາດການປະຕິວັດ, ການຍຶດໝັ້ນສ້າງນັກຮຽນໃຫ້ມີຄຸນສົມບັດດີຢູ່ໂຮງຮຽນ, ແລະ ການເລັ່ງພັດທະນາກຳລັງການຜະລິດໃນຄຸນະພາບໃໝ່, ການເພີ່ມທະວີການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງທ້ອງຖິ່ນ ແລະ ອື່ນໆ.

ໃນຊົ່ວໂມງຮຽນການສຶກສາມູນເຊື້ອການປະຕິວັດຢູ່ໂຮງຮຽນປະຖົມແຫ່ງໜຶ່ງຂອງຕາແສງເຜົ່າຢ້າວເວີນໝິນເມືອງຢູເສີງນະຄອນເຊິ່ນໂຈ່ວ, ທ່ານສີຈິ້ນຜິງ ໄດ້ຝາກຄວາມຫວັງໄວ້ກັບນັກຮຽນວ່າ: “ພວກຫຼານກໍປຽບເໝືອນເບັ້ຍໄມ້ນ້ອຍ, ດຽວນີ້ພວກເຮົາຫົດນ້ຳ ແລະ ພູມດິນໃຫ້ແກ່ພວກຫຼານ, ຖ້າເກີດມີຟ້າຝົນລົມແຮງ, ພວກເຮົາຈະປົກປັກຮັກສາພວກຫຼານ, ໃນທີ່ສຸດພວກຫຼານກໍຈະໂຕບໃຫຍ່ຂຶ້ນມາຢ່າງເຂັ້ມແຂງຈົນກາຍເປັນຕົ້ນໄມ້ໃຫຍ່, ໃນອະນາຄົດກໍຈະກາຍເປັນປ່າດົງໃຫຍ່ ແລະ ປ່າດົງແຫ່ງຜູ້ມີຄວາມຮູ້ຄວາມສາມາດຂອງປະຊາຊາດຈີນ.”

ໃນໄລຍະລົງສຳຫຼວດຄວ້າຄວ້າຢູ່ແຂວງຫູນານເມື່ອປີ 2011, ທ່ານສີຈິ້ນຜິງ ເຄີຍຊີ້ໃຫ້ເຫັນວ່າ: “ສະຖານທີ່ທ່ອງທ່ຽວປະຫວັດສາດການປະຕິວັດທຸກແຫ່ງລ້ວນແຕ່ເປັນຫ້ອງຮຽນທີ່ດີ, ມີພູມປັນຍາດ້ານການເມືອງ ແລະ ຄຸນສົມບັດອັນອຸດົມສົມບູນ. ຄວນຖືຊັບພະຍາກອນມູນເຊື້ອການປະຕິວັດເຫຼົ່ານີ້ເປັນຫຼັກສູດທີ່ມີຊີວິດຊີວາຂອງການສຶກສາລັດທິຮັກຊາດ ແລະ ການສຶກສາສະຕິພັກ.”

ທ່ານສີຈິ້ນຜິງ ເຫັນວ່າ: ສຳລັບຊາວກອມມູນິດຈີນແລ້ວ, ປະຫວັດສາດການປະຕິວັດຂອງຈີນເປັນທາດບຳລຸງດີທີ່ສຸດ. ເມື່ອທົບທວນຄືນປະຫວັດສາດອັນຍິ່ງໃຫຍ່ເຫຼົ່ານີ້ໃຫ້ຫຼາຍ, ກໍຈະເພີ່ມພະລັງແຮງທາງບວກຈຳນວນຫຼວງຫຼາຍຢູ່ໃນຈິດໃຈ.

ທຸກບາດກ້າວທີ່ຊຸກຍູ້ປະຫວັດສາດໃຫ້ກ້າວໄປຂ້າງໜ້າ, ລ້ວນແຕ່ຕ້ອງການແຮງຂັບເຄື່ອນດ້ານຈິດໃຈ. ການລະນຶກເຖິງປະຫວັດສາດ, ກໍຄືການສືບທອດ ແລະ ເສີມຂະຫຍາຍຈິດໃຈຂອງນັກປະຕິວັດອາວຸໂສ, ກ້າປະຕິບັດການຕໍ່ສູ້ອັນຍິ່ງໃຫຍ່ທີ່ມີລັກສະນະປະຫວັດສາດໃໝ່ຢ່າງຫຼວງຫຼາຍ, ແລະ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກທຸກຢ່າງບົນເສັ້ນທາງກ້າວໄປຂ້າງໜ້າ.

.md_Laos_page01 .md_hd{width:300px;}

1234全文 4 下一页

Share this story on

Messenger Pinterest LinkedIn