ພາສາລາວ

ຫ້ອງການວຽກງານໄຕ້ຫວັນຄະນະລັດຖະບານຈີນ: ເດັດດ່ຽວຄັດຄ້ານປະເທດທີ່ໄດ້ສ້າງພົວພັນທາງການທູດກັບຈີນດຳເນີນການໄປມາຫາສູ່ຢ່າງເປັນທາງການກັບໄຕ້ຫວັນໃນທຸກຮູບແບບ

CRI2024-03-20 14:48:05
Share
Share this with Close
Messenger Pinterest LinkedIn

ກ່ຽວກັບເລື່ອງທີ່ນາງ ສ່ຽວເໝີຍຊີນ ວ່າທີ່ຮອງຜູ້ນຳເຂດໄຕ້ຫວັນຈີນໄດ້ດື້ດຶງໄປຢ້ຽມຢາມສາທາລະນະລັດເຊັກໃນຫວ່າງມໍ່ໆມານີ້, ທ່ານເສີນປີ່ນຮວາ, ໂຄສົກຫອ້ງການວຽກງານໄຕ້ຫວັນຄະນະລັດຖະບານຈີນໄດ້ກ່າວໃນເວລາຕອບຄຳຖາມນັກຂ່າວເມື່ອວັນທີ 19 ມີນານີ້ວ່າ: ພວກເຮົາເດັດດ່ຽວຄັດຄ້ານທຸກປະເທດທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນດຳເນີນການໄປມາຫາສູ່ກັນຢ່າງເປັນທາງການກັບໄຕ້ຫວັນໃນທຸກຮູບແບບດ້ວຍຂໍ້ອ້າງໃດໆ. ເຕືອນໃຫ້ສາທາລະນະລັດເຊັກຈົ່ງເຄົາລົບຕາມຫຼັກການປະເທດຈີນດຽວ, ປະຕິບັດຕໍ່ບັນຫາໄຕ້ຫວັນຢ່າງຈິງຈັງແລະເໝາະສົມ, ບໍ່ສົ່ງສັນຍານຢ່າງຜິດພາດຕໍ່ອິດທິກຳລັງແບ່ງແຍກ “ໄຕ້ຫວັນເປັນເອກະລາດ”.

ທ່ານເສີນປີ່ນຮວາໄດ້ຊີ້ອອກວ່າ: ເຈົ້າໜ້າທີ່ຂອງພັກມີນຈີ້ນສົມຮູ້ຮ່ວມຄິດກັບອິດທິກຳລັງພາຍນອກ, ດຳເນີນການເຄື່ອນໄຫວດ້ານ “ການຕ່າງປະເທດ” ດ້ວຍຫຼາຍວິທີ, ຈຸດປະສົງແບ່ງແຍກ “ໄຕ້ຫວັນເປັນເອກະລາດ”, ໄດ້ທຳລາຍຜົນປະໂຫຍດອັນເປັນພື້ນຖານຂອງພີ່ນ້ອງຮ່ວມຊາດໄຕ້ຫວັນ, ຈະປ່ຽນແປງຄວາມຈິງທີ່ໄຕ້ຫວັນເປັນພາກສ່ວນໜຶ່ງຂອງຈີນບໍ່ໄດ້, ພ້ອມທັງບໍ່ມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງເຂດທະເລຢູ່ຊ່ອງແຄບໄຕ້ຫວັນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

123全文 3 下一页

Share this story on

Messenger Pinterest LinkedIn