ພາສາລາວ

ທ່ານສີຈິ້ນຜິງສົນທະນາທາງໂທລະສັບກັບທ່ານວາລະດີເມຍ ປູຕິນ ເພື່ອຊົມເຊີຍທ່ານໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຣັດເຊຍອີກສະໄໝໜຶ່ງ

cri2024-03-19 17:05:21
Share
Share this with Close
Messenger Pinterest LinkedIn

ວັນທີ 18 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານວາລະດີເມຍ ປູຕິນ ເພື່ອຊົມເຊີຍທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຣັດເຊຍອີກສະໄໝໜຶ່ງ.

ທ່ານສີຈິ້ນຜິງຊີ້ອອກວ່າ, ໃນຊຸມປີມໍ່ໆມານີ້, ປະຊາຊົນຣັດເຊຍໄດ້ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ໄດ້ເອົາຊະນະສິ່ງທ້າທາຍແລະໄດ້ກ້າວໄປຂ້າງໜ້າຢ່າງບໍ່ໜັກແໜ້ນບົນເສັ້ນທາງພັດທະນາແລະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ທ່ານໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຣັດເຊຍອີກສະໄໝໜຶ່ງ, ໄດ້ສະແດງໃຫ້ເຫັນເຖິງການສະຫນັບສະຫນູນຂອງປະຊາຊົນຣັດເຊຍທີ່ມີຕໍ່ທ່ານຢ່າງເຕັມສ່ວນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງທ່ານ, ຣັດເຊຍ ຈະໄດ້ຮັບຜົນສຳເລັດໃຫຍ່ຫຼວງກວ່າເກົ່າໃນການສ້າງສາແລະພັດທະນາປະເທດຊາດ. ຈີນໃຫ້ຄວາມສຳຄັນຕໍ່ການຂະຫຍາຍສາຍພົວພັນລະຫວ່າງຈີນ-ຣັດເຊຍໃນລະດັບສູງ ແລະຍິນດີຮັກສາການແລກປ່ຽນຢ່າງໃກ້ຊິດກັບຣັດເຊຍ ເພື່ອຊຸກຍູ້ໃຫ້ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານຈີນ-ຣັດເຊຍໃນຍຸກໃໝ່ ຮັກສາການພັດທະນາຢ່າງປອດໄສ, ໝັ້ນທ່ຽງແລະລົງສູ່ລວງເລິກຢ່າງຕໍ່ເນື່ອງ. ເພື່ອສ້າງຄວາມຜາສຸກໃຫ້ແກ່ສອງປະເທດ ກໍຄືປະຊາຊົນສອງຊາດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

123全文 3 下一页

Share this story on

Messenger Pinterest LinkedIn