ພາສາລາວ

ໂຄສົກກະຊວງການຕ່າງປະເທດຈີນຕອບໂຕ້ຖ້ອຍຄຳດ້ານລົບກ່ຽວກັບຈີນຂອງເອອັກຄະລັດຖະທູດອາເມຣິກາປະຈຳຈີນ

CRI2024-03-19 14:56:21
Share
Share this with Close
Messenger Pinterest LinkedIn

ກ່ຽວກັບເລື່ອງທີ່ທ່ານນີໂຄລາສ ເບີນສ ເອກອັກຄະລັດຖະທູດອາເມຣິກາປະຈຳຈີນໄດ້ກ່າວຖ້ອຍຄຳດ້ານລົບກ່ຽວກັບຈີນຢ່າງເປີດເຜີຍຢູ່ເລື້ອຍໆໃນຫວ່າງມໍ່ໆມານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມທີ່ກ່ຽວຂ້ອງໃນກອງປະຊຸມຖະແຫຼງຂ່າວປະຈຳທີ່ຈັດຂຶ້ນໃນວັນທີ 18 ມີນານີ້ວ່າ: ການສະແດງທ່າທີທີ່ກ່ຽວຂ້ອງຂອງທ່ານເບີນສແມ່ນຜິດໄປຈາກຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນທີ່ບັນລຸໄດ້ໃນການພົບປະເຈລະຈາລະຫວ່າງປະມຸກລັດຈີນ-ອາເມຣິກາຢູ່ນະຄອນຊານຟຣານຊິສໂກຂອງອາເມຣິກາ,ຝ່າຝືນຈິດໃຈການພົບປະເຈລະຈາຢູ່ນະຄອນຊານຟຣານຊິສໂກ, ບໍ່ມີຜົນດີຕໍ່ການຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝ່າຍໄດ້ຮັບການພັດທະນາຢ່າງປອດໃສແລະໝັ້ນທ່ຽງ, ບໍ່ສອດຄ່ອງກັບວິທີທາງທີ່ຖືກຕ້ອງດ້ານການຢູ່ຮ່ວມກັນລະຫວ່າງຈີນ-ອາເມຣິກາ.

“ຈີນເຫັນຢ່າງສະເໝີຕົ້ນສະເໝີປາຍວ່າ: ການພົວພັນລະຫວ່າງຈີນ-ອາເມຣິກາບໍ່ແມ່ນເກມຜົນລວມເປັນສູນທີ່ເຈົ້າໄດ້ຂ້ອຍຕ້ອງເສຍ ເຈົ້າກ້າວໜ້າຂ້ອຍຕ້ອງຖອຍຫຼັງ.” ທ່ານລີນຈ້ຽນກ່າວຕື່ມວ່າ: ຈີນຄັດຄ້ານການຕີຄວາມໝາຍຂອງການພົວພັນລະຫວ່າງຈີນ-ອາເມຣິກາເປັນການແຂ່ງຂັນກັນ, ຄັດຄ້ານການໃສ່ຮ້າຍປ້າຍສີໂຈມຕີຈີນ, ຄັດຄ້ານການແຊກແຊງວຽກງານພາຍໃນຂອງຈີນດ້ວຍຂໍ້ອ້າງດ້ານສິດທິມະນຸດ, ແລະຄ່ານິຍົມຂອງອາເມຣິກາທີ່ມີຕໍ່ຈີນ, ຄັດຄ້ານການຈຳກັດດ້ານການພັດທະນາຢ່າງຊອບທຳຂອງຈີນດ້ວຍຂໍ້ອ້າງການແຂ່ງຂັນກັນຂອງອາເມຣິກາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

123全文 3 下一页

Share this story on

Messenger Pinterest LinkedIn