ພາສາລາວ

ນາຍົກນູແວັນເຊລັງຕ້ອນຮັບທ່ານຫວາງຢີ້

CRI2024-03-19 14:57:38
Share
Share this with Close
Messenger Pinterest LinkedIn

ວັນທີ 18 ມີນານີ້, ທ່ານຄຣິສໂຕເຟີ ລູໂຊນ ນາຍົກລັດຖະມົນຕີນູແວນເຊລັງໄດ້ຕ້ອນຮັບທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ເດີນທາງໄປຢ້ຽມຢາມຢູ່ນະຄອນຫຼວງເວວລິງຕັນຂອງນູແວນເຊລັງ.

ທ່ານຫວາງຢີ້ກ່າວວ່າ: ການພົວພັນລະຫວ່າງຈີນ-ນູແວນເຊລັງມີລັກສະນະຍຸດທະສາດແລະຍາວນານ. ພວກເຮົາຍິນດີຮ່ວມກັບນູແວນເຊລັງຖືເອົາການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດຄົບຮອບ 10 ປີເປັນໂອກາດທີ່ດີ, ສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ມີລະດັບສູງກວ່າເກົ່າ. ຍິນດີທີ່ນູແວນເຊລັງສືບຕໍ່ເຂົ້າຮ່ວມການຮ່່ວມມືດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” . ຄ່ອງຄອຍຮ່ວມກັບນູແວນເຊລັງບຸກເບີກຈຸດເຕີບໂຕໃໝ່ຂອງການຮ່ວມມືດ້ານເຕັກນິກ, ສີຂຽວແລະດ້ານອື່ນໆ.

ທ່ານຄຣິສໂຕເຟີ ລູໂຊນກ່າວວ່າ: ນູແວນເຊລັງຍິນດີຮັດແໜ້ນການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງຢ່າງຕໍ່ເນື່ອງຕື່ມອີກກັບຈີນ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າ, ວັດທະນະທຳແລະຂົງເຂດອື່ນໆ, ຊຸກຍູ້ໃຫ້ສອງປະເທດມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນກໍຄືຂອງໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

123全文 3 下一页

Share this story on

Messenger Pinterest LinkedIn