ພາສາລາວ

ກະຊວງການຕ່າງປະເທດຈີນເລັ່ງທວງໃຫ້ອາເມຣິກາ,ອັງກິດແລະອົດສະຕຣາລີຍຸດຕິກໍ່ຄວາມວຸ້ນວາຍທີ່ໃຫຍ່ຫຼວງກວ່າເກົ່າ

cri2024-03-12 15:05:22
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 11 ມີນານີ້, ມີນັກຂ່າວໄດ້ຖາມຄຳຖາມກ່ຽວກັບເນື້ອໃນທີ່ກ່ຽວຂ້ອງກັບການຮ່ວມມືດ້ານການທະຫານລະຫວ່າງອາເມຣິກາ,ອັງກິດແລະອົດສະຕຣາລີ.

ທ່ານ ວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຖ້າອາເມຣິກາ,ອັງກິດແລະອົດສະຕຣາລີສ້າງອັນທີ່ເອີ້ນວ່າ:ການພົວພັນຄູ່ຮ່ວມຄວາມໝັ້ນຄົງສາມຝ່າຍ, ເນື້ອໃນທາດແທ້ແມ່ນຜ່ານການຮ່ວມມືດ້ານການທະຫານເພື່ອກໍ່ການເປັນປໍລະປັກກັນທາງການທະຫານ,ແມ່ນເປັນແນວຄິດສົງຄາມເຢັນທີ່ແທ້ຈິງ,ຈະທຳລາຍສັນຕິພາບແລະສະຖຽນລະພາບຂອງພາກພື້ນແຫ່ງນີ້.ຈີນແລະຫຼາຍປະເທດໃນພາກພື້ນລ້ວນແຕ່ໄດ້ສະແດງຄວາມເອົາໃຈໃສ່ແລະການຄັດຄ້ານຢ່າງຮຸນແຮງຕໍ່ເລື່ອງນີ້. ເຈດຕະນາໃດໆທີ່ຢາກເປີດກວ້າງແລະຍົກລະດັບການຮ່ວມມືດ້ານການທະຫານລະຫວ່າງອາເມຣິກາ,ອັງກິດແລະອົດສະຕຣາລີ,ລ້ວນແຕ່ແມ່ນບາດກ້າວໜຶ່ງທີ່ກ້າວສູ່ຄວາມອັນຕະລາຍ,ມີແຕ່ຈະເຮັດໃຫ້ປະເທດຢູ່ໃນພາກພື້ນແລະປະຊາຄົມໂລກເກີດມີຄວາມກັງວົນຫຼວງກວ່າເກົ່າເທົ່ານັ້ນ. ພວກຂ້າພະເຈົ້າເລັ່ງທວງໃຫ້ 3 ປະເທດຄື:ອາເມຣິກາ,ອັງກິດແລະອົດສະຕຣາລີຕ້ອງປະຖິ້ມແນວຄິດສົງຄາມເຢັນ,ຍຸດຕິກໍ່ຄວາມວຸ້ນວາຍທີ່ໃຫຍ່ຫຼວງກວ່າເກົ່າໃຫ້ແກ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

123全文 3 下一页

Share this story on

Messenger Pinterest LinkedIn