ພາສາລາວ

ປີ2023 ຈີນປູກໄມ້ສ້າງປ່າໃຫ້ສຳເລັດໄດ້ເກືອບ4ລ້ານເຮັກຕາ

cri2024-03-12 12:18:56
Share
Share this with Close
Messenger Pinterest LinkedIn

ວັນທີ12ມີນານີ້ເປັນວັນປູກຕົ້ນໄມ້ແຫ່ງຊາດຈີນຄົບຮອບ46ປີ, ຫ້ອງວ່າການຄະນະກຳມະການສ້າງປ່າອະນຸລັກສິ່ງແວດລ້ອມແຫ່ງຊາດຈີນໄດ້ເຜີຍແຜ່ບົດລາຍງານສະພາບການປູກໄມ້ສ້າງປ່າແລະສ້າງພື້ນທີ່ສີຂຽວຂອງຈີນ ເຊິ່ງບົດລາຍງານໄດ້ສະແດງໃຫ້ເຫັນວ່າ ປີ2023ຜ່ານມາ, ຈີນໄດ້ປູກໄມ້ສ້າງປ່າໃຫ້ສຳເລັດແລ້ວ3.998.000 ເຮັກຕາ, ປູກຕົ້ນຫຍ້າເພື່ອປັບປຸງສິ່ງແວດລ້ອມທົ່ງຫຍ້າປະມານ 4.379.000 ເຮັກຕາ, ປັບປຸງດິນທີ່ເຫັນເປັນທະເລຊາຍແລະທະເລຫີນ 1.905.000 ເຮັກຕາ.

ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ທົ່ວປະເທດຈີນສາມາດປະຕິບັດໜ້າທີ່ການປູກໄມ້ສ້າງປ່າແລະສ້າງພື້ນທີ່ສີຂຽວໃຫ້ສຳເລັດໄດ້112ລ້ານເຮັກຕາ, ເນື້ອທີ່ປ່າໄມ້ແລະປະລິມານສະສົມປ່າໄມ້ໃນທົ່ວປະເທດຈີນສາມາດຮັກສາການເຕີບໂຕເປັນເວລາຫຼາຍປີຕິດຕໍ່ກັນ, ເນື້ອທີ່ປູກປ່າບັນລຸເຖິງ87,6 ລ້ານເຮັກຕາ ເປັນອັນດັບໜຶ່ງຂອງໂລກ.

ຕາມແຜນການປີ2024, ຈີນຈະປູກໄມ້ສ້າງປ່າແລະສ້າງພື້ນທີ່ສີຂຽວໃຫ້ໄດ້ປະມານ6,7ລ້ານເຮັກຕາ, ໃນນີ້ ປູກໄມ້ສ້າງປ່າ 3,6 ລ້ານເຮັກຕາ. ອີງຕາມຕົວເລກສະຖິຕິຫຼ້າສຸດຂອງອົງການປ່າໄມ້ແລະທົ່ງຫຍ້າແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ນັບມາຮອດປັດຈຸບັນ, ສາມາດເຮັດສຳເລັດແລ້ວປະມານ467.000 ເຮັດຕາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn