ພາສາລາວ

ເຮືອບິນຂະໜາດໃຫຍ່ C919 ການຄ້າຂອງຈີນບິນໄປຮອດອິນໂດເນເຊຍເປັນຄັ້ງທຳອິດເພື່ອວາງສະແດງ

cri2024-03-11 17:05:39
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ເຮືອບິນ ARJ21 ກັບເຮືອບິນ C919 ເຊິ່ງເປັນເຮືອບິນການຄ້າຂອງຈີນໄດ້ບິນໄປຮອດສະໜາມບິນສາກົນໂຊກາໂນ ຮາຕາທີ່ນະຄອນຫຼວງຈາກາຕາຂອງອິນໂດເນເຊຍເປັນຄັ້ງທຳອິດ. ວັນທີ 10 ມີນານີ້, ເຮືອບິນດັ່ງກ່າວໄດ້ເລີ່ມການວາງສະແດງເປັນເວລາສອງວັນ.

ບໍລິສັດເຮືອບິນການຄ້າຈີນໄດ້ຢືນຢັນວ່າ: ນັບແຕ່ເຮືອບິນ ARJ21 ເລີ່ມໃຫ້ບໍລິການດ້ານການຄ້າໃນເດືອນມິຖຸນາປີ 2016 ເປັນຕົ້ນມາ, ໄດ້ສົ່ງມອບເຮືອບິນ 127 ລຳໃຫ້ແກ່ບໍລິສັດ Air China, ບໍລິສັດ China eastern, ບໍລິສັດການບິນ TransNusa ອິນໂດເນເຊຍ ແລະ ອື່ນໆ, ທັງໝົດໄດ້ປະຕິບັດການບິນຕາມເສັ້ນທາງການບິນຫຼາຍກວ່າ 400 ສາຍ, ບິນໄປສູ່ຕົວເມືອງຫຼາຍກວ່າ 140 ແຫ່ງ, ໄດ້ຂົນສົ່ງຜູ້ໂດຍສານຢ່າງປອດໄພຫຼາຍກວ່າ 11 ລ້ານເທື່ອຄົນ. ໃນນັ້ນ, ເຮືອບິນ ARJ21 ສອງລຳຂອງບໍລິສັດການບິນ TransNusa ໄດ້ເປີດເສັ້ນທາງການບິນ 4 ສາຍຢູ່ຈາກາຕາເພື່ອບິນໄປສູ່ຕົວເມືອງ 5 ແຫ່ງ ແລະ ໄດ້ຂົນສົ່ງຜູ້ໂດຍສານຢ່າງປອດໄພຫຼາຍກວ່າ 100.000 ເທື່ອຄົນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

123全文 3 下一页

Share this story on

Messenger Pinterest LinkedIn