ພາສາລາວ

ກົມສະຖິຕິແຫ່ງຊາດຈີນເປີດເຜີຍວ່າ: ໃນເດືອນກຸມພານີ້ CPI ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023

cri2024-03-10 15:27:41
Share
Share this with Close
Messenger Pinterest LinkedIn

ວັນທີ 9 ມີນານີ້, ກົມສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ: ດັດສະນີລາຄາຜູ້ບໍລິໂພກທົ່ວປະເທດຈີນ ຫຼືCPI ໄດ້ຫັນຈາກການຫຼຸດລົງ 0,8% ໃນເດືອນມັງກອນເປັນການເພີ່ມຂຶ້ນ 0,7% ໃນເດືອນກຸມພາເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ເດືອນກຸມພາເພີ່ມຂຶ້ນຫຼາຍກວ່າເດືອນມັງກອນ 1,0%.

ຂໍ້ມູນສະຖິຕິໂດຍຍັງສະແດງໃຫ້ເຫັນວ່າ: ໃນເດືອນກຸມພາປີ 2024, ລາຄາອາຫານໄດ້ຫຼຸດລົງ 0,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ແລະລາຄາສິນຄ້າບໍ່ແມ່ນອາຫານໄດ້ເພີ່ມຂຶ້ນ 1,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຕາມການສະຖິຕິ, ໃນເດືອນກຸມພາ, CPI ແກນກາງທີ່ບໍ່ລວມເອົາລາຄາອາຫານ ແລະພະລັງງານໄດ້ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຈັງຫວະເຕີບໂຕເພີ່ມຂຶ້ນ 0,8% ເມື່ອທຽບໃສ່ເດືອນມັງກອນ, ເຊິ່ງໄດ້ສ້າງສະຖິຕິສູງສຸດນັບແຕ່ເດືອນກຸມພາປີ 2022 ເປັນຕົ້ນມາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

123全文 3 下一页

Share this story on

Messenger Pinterest LinkedIn