ພາສາລາວ

ການລົງທຶນດ້ານຊັບສິນຄົງທີ່ຂອງທາງລົດໄຟທົ່ວປະເທດຈີນໃນ 2 ເດືອນຕົ້ນປີ 2024 ບັນລຸ 65 ຕື້ 200 ລ້ານຢວນ

CRI2024-03-10 11:38:51
Share
Share this with Close
Messenger Pinterest LinkedIn

ວັນທີ 9 ມີນານີ້, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນລາຍງານວ່າ: ໃນ 2 ເດືອນຕົ້ນປີນີ້, ການລົງທຶນດ້ານຊັບສິນຄົງທີ່ຂອງທາງລົດໄຟທົ່ວປະເທດຈີນໄດ້ບັນລຸເຖິງ 65 ຕື້ 200 ລ້ານຢວນ, ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ການກໍ່ສ້າງທາງລົດໄຟຂອງຈີນໄດ້ມີຄວາມຄືບໜ້າໃນຄຸນນະພາບສູງແລະມີປະສິດທິພາບສູງ, ການກໍ່ສ້າງໂຄງການສຳຄັນໄດ້ດຳເນີນໄປຢ່າງສະດວກ, ລະບົບພື້ນຖານໂຄງລ່າງທີ່ທັນສະໄໝຂອງທາງລົດໄຟຈີນໄດ້ຮັບການສ້າງຂຶ້ນຢ່າງໄວເຂົ້າ.

ຕາມຂ່າວແຈ້ງໃຫ້ຮູ້ອີກວ່າ: ນັບແຕ່ຕົ້ນປີນີ້ມາ, ສະຖານທີ່ກໍ່ສ້າງ 138 ແຫ່ງຂອງ 40 ໂຄງການສຳຄັນ ເຊັ່ນ: ທາງລົດໄຟຄວາມໄວສູງຈູງກິ່ງ-ຄຸນໝີງ, ທາງລົດໄຟຄວາມໄວສູງສີ່ອ່ານ-ຈູງກິ່ງ ແລະໂຄງການອື່ນໆໄດ້ດຳເນີນການກໍ່ສ້າງຢ່າງຕໍ່ເນື່ອງໃນໄລຍະບຸນກຸດຈີນ. ທາງລົດໄຟຈ່ຽງຈວິ່ນມ້ຽວ-ນ້າວມາວຫູຂອງເຂດປົກຄອງຕົນເອງອຸຍເກີຊີ່ນຈ່ຽງໄດ້ເປີດໃຫ້ການບໍລິການຢ່າງເປັນທາງການ, ຂັ້ນຕອນສຳຄັນທີ່ສຸດຂອງໂຄງການທີ່ກຳລັງກໍ່ສ້າງ ເຊັ່ນ: ທາງລົດໄຟຄວາມໄວສູງຫາງໂຈ່ວ-ເວິ່ນໂຈ່ວ ແລະອື່ນໆກໍໄດ້ຮັບຄວາມຄືບໜ້າອັນສຳຄັນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

123全文 3 下一页

Share this story on

Messenger Pinterest LinkedIn