ພາສາລາວ

ທ່ານສີຈິ້ນຜິງ: ຄວນສຳຜັດຮູ້ຢ່າງເລິກເຊິ່ງກັບຫໍພິພິທະພັນໃຫ້ຫຼາຍຂຶ້ນ

cri2024-03-09 17:23:41
Share
Share this with Close
Messenger Pinterest LinkedIn

ທ່ານສີຈິ້ນຜິງໄດ້ຕັ້ງໃຈຮັບຟັງແລ້ວເວົ້າວ່າ: “ຂ້າພະເຈົ້າມັກຢ້ຽມຊົມຫໍພິພິທະພັນມາແຕ່ຍັງນ້ອຍ, ໃນຍາມໄວເດັກ, ຂ້າພະເຈົ້າໄດ້ຢ້ຽມຊົມຫໍພິພິທະພັນຢູ່ນະຄອນຫຼວງປັກກິ່ງເກືອບທຸກແຫ່ງແລ້ວ.” ເພິ່ນຍັງໄດ້ຫວນຄືນຄວາມຫຼັງຕອນຍັງນ້ອຍ ຂີ່ລົດຖີບໄປໂຮງຮຽນ ໄດ້ຜ່ານກາຍກຳແພງເມືອງເກົ່າຂອງປັກກິ່ງ, ຈົນມາເຖິງທຸກມື້ນີ້ຍັງຈື່ຈຳໄດ້ເປັນຢ່າງດີ.

ການເຮັດໃຫ້ວັດຖຸບູຮານທີ່ເກັບຮັກສາໄວ້ຢູ່ໃນຫໍພິພິທະພັນ, ມໍລະດົກທີ່ແຈກຢາຍຢູ່ຕາມດິນແດນປະເທດຊາດອັນກວ້າງໃຫຍ່ໄພສານກໍຄືຕົວໜັງສືໃນປຶ້ມຕຳລາບູຮານລ້ວນແຕ່ຟື້ນຟູຄວາມມີຊີວິດຊີວາຂຶ້ນ ເຊິ່ງເປັນພາລະກຳອັນໜັກໜ່ວງ. ທ່ານສີຈິ້ນຜິງໄດ້ຊີ້ນຳໃຫ້ທ່ານນາງຊົ້ງຢ້ຽນກໍຄືຜູ້ເຮັດວຽກອະນຸລັກວັດຖຸບູຮານອັນມະຫາສານວ່າ: “ຕ້ອງເຮັດວຽກງານຫໍພິພິທະພັນໃຫ້ດີ. ສ້າງຫໍພິພິທະພັນໃຫ້ສົມບູນກວ່າເກົ່າແລະເປັນລະບົບກວ່າເກົ່າ, ພ້ອມທັງເສີມຂະຫຍາຍບົດບາດຂອງຫໍພິພິທະພັນໃນດ້ານການສຶກສາອົບຮົມ.”

ຄວນສືບສານວັດທະນະທຳແລະປະຫວັດສາດໃຫ້ຍືນຍົງຕໍ່ໄປຄືແນວໃດ? ທ່ານສີຈິ້ນຜິງໄດ້ມີການຄົ້ນຄິດຢ່າງຫຼວງຫຼາຍ, ເພິ່ນຫວັງໃຫ້ປະຊາຊົນທັງຫຼາຍໂດຍສະເພາະແມ່ນຊາວໜຸ່ມເຍົາວະຊົນໄດ້ສຳຜັດຮູ້ຢ່າງເລິກເຊິ່ງກັບຫໍພິພິທະພັນໃຫ້ຫຼາຍຂຶ້ນເພື່ອເພີ່ມທະວີສະຕິປະຫວັດສາດຕື່ມອີກ.

ຂະບວນວິວັດປະຫວັດສາດເປັນປັດໄຈປະກອບສ່ວນສ້າງບັນຍາກາດຂອງຍຸກສະໄໝ.ທ່ານສີຈິ້ນຜິງເວົ້າວ່າ: “ພວກເຮົາມາແຕ່ໃສ?ຈະໄປໃນທິດທາງໃດ? ຈີນມາເຖິງທຸກມື້ນີ້, ຂ້າພະເຈົ້າໄດ້ເຕືອນສະຕິຕົນເອງຢູ່ຕະຫຼອດວ່າ ຕ້ອງມີສະຕິປະຫວັດສາດຄືແບບນີ້.” ຄຳເວົ້າຂອງທ່ານສີຈິ້ນຜິງປະໂຫຍກນີ້ໄດ້ສືບທາວຫາກົກເຄົ້າປະຫວັດສາດ, ທັງໄດ້ສອດຫ້ອຍຢູ່ໃນພຶດຕິກຳອັນມີຊີວິດຊີວາແຫ່ງການບໍລິຫານປະເທດ.

ຢືນຢູ່ບົນພື້ນຖານປະຫວັດສາດອັນແໜ້ນໜາ ຈ້ອງມອງເບິ່ງອະນາຄົດ. ອະລິຍະທຳຈີນທີ່ສືບທອດມາເປັນເວລາ5.000ປີໂດຍບໍ່ຂາດສະບັ້ນ ໄດ້ຊຸບຫຼໍ່່ຊົນຊາດຈີນທີ່ຍິ່ງໃຫຍ່, ຊົນຊາດນີ້ຍັງຄົງຈະຍິ່ງໃຫຍ່ສືບຕໍ່ໄປ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

ງານວາງສະແດງລົດຍົນເຊີແນວທີ່ອັດສະຈັນ

首页上一页1234全文 4 下一页

Share this story on

Messenger Pinterest LinkedIn